ການພົວພັນລະຫວ່າງອາເມລິກາ-ລັດເຊຍສຳຄັນກວ່າການຖົກຖຽງກ່ຽວຂ້ອງເຖິງ Snowden

ການພົວພັນລະຫວ່າງອາເມລິກາ-ລັດເຊຍສຳຄັນກວ່າການຖົກຖຽງກ່ຽວຂ້ອງເຖິງ Snowden - ảnh 1
ປະທານາທິບໍດີ​ລັດ​ເຊຍ  Vladimir Putin
ພາບ:internet


(vovworld)- ວັນ​ທີ 17/7, ກ່າວ​ຄຳ​ເຫັນ​ທີ່​ນະຄອນ Chita, ປະທານາທິບໍດີ​ລັດ​ເຊຍ Vladimir Putin ຢືນຢັນວ່າ: ສາຍ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ມີ​ຄຸນຄ່າ​ຫລາຍ​ກວ່າ​ການ​ຖົກ​ຖຽງກັນ​ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີ​ນັກ​ສືບ​ຂອງ​ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ( CIA) Edward Snowden. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ Putin ຖື​ວ່າ: ບໍ່​ຄວນ​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສັບສົນ​ຂຶ້ນ​ຕື່ມຍ້ອນ ສະພາບ​ການ​ກ່ຽວຂ້ອງ​ເຖິງ Snowden ​ແລະ ບັນດາ​ກໍລະນີ​ຄ້າຍຄື​ກັນ​.ທ່ານ Putin ຢືນຢັນ​ວ່າ: ລັດ​ເຊຍ ມີຫນ້າ​ທີ່​ສຳຄັນ, ​ໃນ​ນັ້ນ ມີ​ຈຸດໝາຍ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ລັດ​ເຊຍ ມີ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ ​ແລະ ທ່ານ​ປາດ​ຖະຫນາ​ວ່າ ບັນດາ​ຄູ່​ຮ່ວມ​ມື​ຂອງ​ລັດ​ເຊຍ ຄວນ​ໃຈ​ເຢັນ ​ແລະ ​ເຂົ້າ​ໃຈ​ຈຸດໝາຍ​ນີ້. ຂໍ້​ສັ​ງ​ເກດ​ຂອງ​ທ່ານ Putin ຖືກຍົກ​ອອກ​ມາ​ພາຍຫລັງ ທຳນຽບຂາວ​ອອກສຽງ​ຄັດຄ້ານ​ຄຳ​ຮຽກຮ້ອງ​ຂອງ Snowden ຂໍ​ໄດ້​ລີ້​ໄພຢ່າງ​ປອດ​ໄພ​ຢູ່​ລັດ​ເຊຍ ​ເພື່ອ​ຫລີກ​ລ້ຽງ​ໂທດ​ກ່ຽວຂ້ອງ​ເຖິງ​ການ​ຈາລະ​ກຳ​ຢູ່​ອາ​ເມ​ລິ​ກາ.

 

 

ຂ່າວ/ບົດ​ອື່ນ