ການພົວພັນຫວຽດນາມ-Azerbaijan ພວມຢືນຕໍ່ໜ້າບັນດາແງ່ຫວັງອັນດີງາມ

ການພົວພັນຫວຽດນາມ-Azerbaijan ພວມຢືນຕໍ່ໜ້າບັນດາແງ່ຫວັງອັນດີງາມ - ảnh 1
ທ່ານ​ເລ​ຮົ່ງ​ເອງ ມອບ​ຂອງ​ຂວັນ​ທີ່​ລະ​ນຶກ​ໃຫ້​ປະ​ທານ​ສະ​ພາ​ແຫ່ງ​ຊາດ Azerbaijan

(vovworld)​ ​- ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ Azerbaijan, ວັນ​ທີ 14 /10, ທ່ານ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ, ​ໄດ້ພົບ​ປະ​ກັບ​ທ່ານ​ນາຍົກລັດ ຖະມົນຕີ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Azerbaijan. ນະ​ທີ່​ນີ້, ທ່ານ​ນາ ຍົກລັດຖະມົນຕີ Azerbaijan Artur Rasizade ຢັ້ງຢືນ​ວ່າ: ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ Azerbaijan ພວມ​ຢືນ​ຕໍ່ໜ້າ​ບັນດາ​ແງ່​ຫວັງ​ອັນ​ດີງາມ. ທ່ານ​ນາຍົກລັດຖະມົນຕີ Azerbaijan ຖື​ວ່າ: ພ້ອມ​ກັບ​ການ​ເພີ່ມ​ທະວີ​ພົວພັນ​ດ້ານ​ການ​ເມືອງ, ໜ້າ​ທີ່​​ສຳຄັນຂອງ 2 ປະ​ເທດ​ໃນ​ປະຈຸ​ບັນ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ-​ການ​ຄ້າ. ສ່ວນ​ທ່ານ​ເລ​ຮົ່ງ​ແອ​ງ ຖື​ວ່າ: ​ໃນ​ໄລຍະ​​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ 2 ປະ​ເທດ ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຄະນະ​ບັນດາ​ອົງການ​ວິຊາ​ສະ​ເພາະ ​ແລະ ກຸ່ມ​ສະມາຊິກ​ສະພາ​​ແຫ່ງ​ຊາດ  ມິດຕະພາບ​ຂອງ 2 ສະພາ​ແຫ່ງ​ຊາດ ​ເພື່ຶ​ອແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ນິຕິ​ກຳ, ຕິດຕາມ​ກວດກາ. ທ່ານ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກ​ວ່າ:

        ພວກ​ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ​ເພື່ອເຫັນ​ວ່າ: ການ​ພົວພັນ​ດ້ານ​ການ​ເມືອງ ລະຫວ່າງ 2 ປະ​ເທດ​ພວມ​ຢືນ​ຕໍ່ໜ້າ​ແງ່ຫວັງ​ອັນ​ດີງາມ. ​ເຫດການ​ປະຫວັດ ສາດ 2 ປະ​ເທດ​ພວກ​ເຮົາ​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​​​ເຖິງ ຫວຽດນາມ ຄັ້ງທຳ​ອິດ​ໃນ​ເດືອນ 5/2014 ຜ່ານ​ມາ​ຂອງ​ທ່ານ​ປະທານາທິບໍດີ Azerbaijan. ການ​ຢ້ຽມຢາມ​ໄດ້​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້ການ​ພັດທະນາ​ການພົວພັນ ລະຫວ່າງ 2 ປະ​ເທດ. ພ້ອມ​ກັບ​ການ​ເພີ່ມ​ທະວີ​ການພົວພັນ​ດ້ານ​ການ​ເມືອງ​​ແລ້ວ ​ເຊິ່ງ​ເປັນ​ໜ້າ​ທີ່​ສຳຄັນ​ຂອງ 2 ປະ​ເທດ​ໃນ​ປະຈຸ​ບັນ​ ແມ່ນ​ຈຳ​ເປັນ​ຕ້ອງ​ຊຸກຍູ້​ການ​ພົວພັນ​ດ້ານ ເສດຖະກິດ-​ການ​ຄ້າ, ການ​ລົງທຶນ​ເວົ້າ​ລວມ ​ແລະ ນ້ຳ​ມັນ​ອາຍ​ແກັດ​ເວົ້າ​ສະ​ເພາະ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ການຮ່ວມ​ມື​ໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກັດ​ຈະ​ແມ່ນ​ບຸລິມະສິດ ​ແລະ ມີ​ລັກສະນະ​ຍຸດ​ທະ​ສາ​ດຍາວ​ນານ ລະຫວ່າງ 2 ປະ​ເທດ​ພວກ​ເຮົາ.


ຂ່າວ/ບົດ​ອື່ນ