ການພົວພັນຫວຽດນາມ-ອິນໂດເນເຊຍພວມພັດທະນາຢ່າງດີງາມໃນຫຼາຍຂົງເຂດ

ການພົວພັນຫວຽດນາມ-ອິນໂດເນເຊຍພວມພັດທະນາຢ່າງດີງາມໃນຫຼາຍຂົງເຂດ - ảnh 1
ທ່ານ Ibnu Hadi, ​ເອກ​ອັກຄະ​ລັດຖະທູ​ດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ. ອິນ​ໂດ​ເນ​​ເຊຍ ປະຈຳ ຫວຽດນາມ

(vovworld) – “ການ​ພົວພັນ​ ຫວຽດນາມ -​ ອິນ​ໂດ​ເນ​ເຊຍ​ ພວມ​ພັດທະນາ​ຢ່າງ​ດີງາມ​ໃນ​ຫຼາຍ​ຂົງ​ເຂດ” - ນີ້​ແມ່​ນ​ເນື້ອ​ໃນ​ໄດ​້ຮັບ​ການ​ຢັ້ງຢືນ​ໃນ​ບົດ​ຂຽນ​ຂອງ​ທ່ານ Ibnu Hadi, ​ເອກ​ອັກຄະ​ລັດຖະທູ​ດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ. ອິນ​ໂດ​ເນ​​ເຊຍ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນຊາດຂອງ​ປະ​ເທດ​ນີ້ຄົບຮອບ 71 ປີ (17/8/1945 – 17/8/2016). ທ່ານ​ເອກ​ອັກຄະ​ລັດຖະທູ​ດ Ibnu Hadi ​ໄດ້​ຊີ້​​ແຈ້ງວ່າ: ການ​ພົວພັນ ຫວຽດນາມ - ອິນ​​ໂດ​ເນ​ເຊຍ ພວມ​ພັດທະນາ​ໝັ້ນຄົງ​ໃນ​ທຸກໆ​ຂົງ​ເຂດ​ຄື: ການ​ເມືອງ, ການປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ​ - ສັງຄົມ ​ແລະ ກາ​ນ​ເຊື່ອມ​ຕໍ່ພົວພັນ​ປະຊາຊົນ. ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ທີ່ 2 ປະ​ເທດ​ພວມ​ສູ້ຊົນນຳ​ວົງ​​ເງິນ​ການ​ຄ້າ 2 ຝ່າຍ​​ບັນ​ລຸ 10 ຕື້ USD​ ​ໃນ​ປີ 2018, ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ຕ້ອງ​ເພີ່​ມທະວີ​ການ​ສົ່ງ​ອອກ - ນຳ​ເຂົ້າຫຼາຍ​ກ່ວາ​ອີກ​ເພື່ອ​ຍົກ​ມູນ​ຄ່າ​ການ​ຄ້າ 2 ປະ​ເທດ​ໃຫ້​ສູງ​ຂຶ້ນ. ຕາມ​ທ່ານ ​Ibnu Hadi ​ແລ້ວ, ຫວຽດນາມ​ ​ແລະ ອິນ​ໂດ​ເນ​ເຊຍ ລ້ວນ​ແຕ່​ແມ່ນ​ສະມາຊິກ​ໃນ​ກຸ່ມ ອາ​ຊຽນ ​ແລະ ມີ​ຫຼາຍ​ຈຸດ​ຄ້າຍຄື​ກັນ. 2 ປະ​ເທດ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ມີ​ລາຍ​ຮັບ​ດີ​ພໍ​ສົມຄວນດ້ວຍ​ລະດັບ​ເຕີບ​ໂຕ​ເສດ​ຖະກິດ​ສູງ, ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ການ​ຫັນ​ເປັນ​ອຸດສາຫະກຳ​ຕິດ​ພັນ​ກັບ​ກະສິກຳ, ການ​ປະມົງ ​ແລະ ຂຸດ​ຄົ້ນ​​​ແຮ່ທາດ, ມີ​ພົນລະ​ເມືອງ​ໜຸ່ມ ​ແລະ ມີ​ກຳລັງ​ແຮງ​ງານ​ມີ​ປະສິດທິ​ຜົນ. ທ່ານ Ibnu Hadi ປາດ​ຖະໜາ​ວ່າ ຈະມີ​ການ​ເຊື່ອມ​ຕໍ່​ລະຫວ່າງນະຄອນຫຼວງ ຮ່າ​ໂນ້ຍ ກັບ​ບັນດາ​ນະຄອນ, ນະຄອນຫຼວງ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ, ພິ​ເສດ​ແມ່ນ ຮ່າ​ໂນ້ຍ ກັບ​ນະຄອນຫຼວງ ຈາກ​າກຕາ ຂອງ ອິນ​ໂດ​ເນ​ເຊຍ. ສິ່ງ​ດັ່ງກ່າວ​ຈະ​ຊຸກຍູ້​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ພົວພັນ​ຄ້າ​ຂາຍ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ​ລະຫວ່າງ 2 ປະ​ເທດ. ດັ່ງ​ນັ້ນ, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຕ້ອງ​ຍູ້​ແຮງ​ບັນດາ​ການ​​ເຄື່ອນ​ໄຫວ​ຮ່ວມ​ມື​​ເພື່ອ​ພັດທະນາ​ການ​ພົວພັນລະຫວ່າງ 2 ປະ​ເທດ​​ໃຫ້​ຍືນ​ຍົງກາຍ​ເປັນ​​ໂຄງ​ການ​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

 


ຕອບກັບ

ຂ່າວ/ບົດ​ອື່ນ