ການພົວພັນຫວຽດນາມແລະອາເມລິກາເຕັມໄປດ້ວຍສິ່ງທ້າທາຍແຕ່ກາລະໂອກາດກໍ່ບໍ່ແມ່ນໜ້ອຍ

ການພົວພັນຫວຽດນາມແລະອາເມລິກາເຕັມໄປດ້ວຍສິ່ງທ້າທາຍແຕ່ກາລະໂອກາດກໍ່ບໍ່ແມ່ນໜ້ອຍ - ảnh 1
ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ 

(vovworld) - ການ​ພົວ​ພັນ ​ຫວຽດ​ນາມ ​ແລະ​ ອາ​ເມ​ລິ​ກາ ​​ເຕັ​ມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ແຕ່ກາ​ລະ​ໂອ​ກາດກໍ່​ບໍ່​ແມ່ນ​ໜ້ອຍ - ນັ້ນ​ແມ່​ນ​ຄຳ​ເຫັນ​ຂອງ​ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ  ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວວິ​ທະ​ຍຸ​ກະ​ຈ​າຍ​ສຽງ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ, ໃນ​ຈຸດ​ເວ​ລາ​ທີ່ປະ​ເທດ ອາ​ເມ​ລິ​ກາ ມອບ​​ສົ່ງ​ສິດ​ອຳ​ນາດ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຄ​ົນ​ໃໝ່ Donald Trump. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ, ໃຫ້​ຮູ້​ວ່າ: ການ​ພົວ​ພັນ ຫວຽດ​ນາ​ມ ແລະ ອາ​ເມ​ລິ​ກາ ໃນ​ຕະ​ຫລອດ 20 ປີ​ທີ່​ຜ່ານ​ມາ​ມີ​ການ​ພັດ​ທະ​ນາຫຼາຍ​​ທີ່​ສຸດ, ໄດ້​ກາຍ​ເປັນ​ຄູ​່​ຮ່ວມ​ມື​ຮອບ​ດ້ານ​ໃນ​ທຸກໆ​ຂົງ​ເຂດ:

        “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານນັ້ນ​​ແມ່ນເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທັງ 2ປະ​ເທດ ແລະ ຈະ​ສືບ​ຕໍ່​ພັດ​ທະ​ນາ. ພວກ​ຂ້າ​ພະ​ເຈົ້າ​ອາດ​ສາ​ມາດ​ເຫັນ​ໄດ້​ວ່າ ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ພົວ​ພັນ​​​ດ້ານການ​ຄ້າ​ໄດ້​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ທັງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ກໍ່​ຄື​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ. ​ດ້ວຍ​ການ​ຄ້າ​ຈາກ 500 ​ລ້ານ USD ເພີ່ມ​ຂຶ້ນ 50 ຕື້ USD ໄດ້​ສະ​ແດງ​ໃຫ້​ເຫັນ​ລວງ​ເລິກ​ຂອງ​ການ​ພົວ​ພັນ​ດ້ານ​ການ​ຄ້າ. ການ​ພົວ​ພັນ 2 ປະ​ເທດ​ໄດ້​ຮັບ​ການ​ເປີດ​ກ້​ວາງ​ໃນ​ທຸກໆ​ຂົງ​ເຂດ​ຄື​ໄດ້​ວາງ​ອອກ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. ຖ້າ​ວ່າ​ພວກ​ເຮົາ​ເບິ່ງ​ຄືນຫຼັງ ສາ​ມາດ​ເຫັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ໃນ 3 ​ສະ​ໄໝຜ່ານ​ມາ, ຈາກ​ປະ​ທາ​ນາ​ທິ​ບໍ​ດີ Clinton, Bush ແລະ Obama ລ້ວນ​ແຕ່​ມາ​ຢ້ຽມ​ຢາມ ຫວຽດ​ນາມ. ຍິ່ງ​ກ່​ວານັ້ນ, ​ນອກ​ຈາກການ​ຮ່ວມ​ມື 2 ຝ່າຍ​ແລ້ວ. 2 ປະ​ເທດ​ຍັງ​ມີຫຼາຍ​ຂອບ​ເຂດ​ການ​ຮ່ວມ​ມື​ຮັບ​ໃຊ້​​ໃຫ້ຜົນ​ປະ​ໂຫຍດ​ຂອ​ງ​ຕົນ, ​ຮັບ​ໃຊ້​ໃຫ້ຜົນ​ປະ​ໂຫຍດ​ຂອງ​ພາກ​ພື້ນ​ໃນ​ບັນ​ດາ​ການ​ພົບ​ປະ​ແລກ​ປ່ຽນ​ເວ​ທີ​ປາ​ໄສ 2 ຝ່າຍ ແລະ ຫຼາຍ​ຝ່າຍ.”

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ຖື​ວ່າ ອາ​ເມ​ລິ​ກາ ບໍ່​ອາດ​ຖອນ​ອອກ​ຈາກ ອາ​ຊີ - ປາ​ຊີ​ຟິກ,  ແລະ ຕ້ອງມີ​ຜົນ​ປະ​ໂຫຍດ​ຢູ​່​ທະ​ເລ​ຕາ​ເວັນ​ອອກ​ໄດ້. ອາ​ເມ​ລິ​ກາ ຈະ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​​ໄດ້​ຈາກ​ບັນ​ດາ​ປະ​ເທດ, ບັນ​ດາ​ປະ​ເທດ​ໃຫຍ່​ອື່ນ ແລະ ບັນ​ດາ​ປະ​ເທດ​ໃນ​ພ​າກ​ພື້ນກໍ່​ຈະ​ຍາດ​ແຍ່ງ​ເຊິ່ງ​ກັນ ແລະ ກັນ​ນັ້ນ​ແມ່ນ​ພ້ອມ​ກັນ​ຮ່ວມ​ມື​ນຳ​ກັນ.


ຂ່າວ/ບົດ​ອື່ນ