ການພົວພັນຮ່ວມມື ຫວຽດນາມ - ອັງກິດ ມີແງ່ຫວັງຫລາຍຢ່າງ

ການພົວພັນຮ່ວມມື ຫວຽດນາມ - ອັງກິດ ມີແງ່ຫວັງຫລາຍຢ່າງ - ảnh 1
ທ່ານ ຫງວຽນ​ວັນ​ຖາວ ​ເອກ​ອັກຄະ​ລັດຖະທູດ
 ຫວຽດນາມ ປະຈຳ ລາຊະ​ອານາ​ຈັກ ອັງກິດ
(ພາບ: vietnam+)


(vovworld) – ​​ ວັນ​ທີ 17/01 ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ປະຈຳ​ປີ​ຂອງ​ ​ເຄືອ​ຂ່າຍ ຫວຽດນາມ - ອັງກິດ (vietnam – Uk Network), ຢູ່​ສຳນັກງານ​ສະພາ​ສູງ ອັງກິດ, ທ່ານ ຫງວຽນ​ວັນ​ຖາວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາຊະ​ອານາ​ຈັກ ອັງກິດ ​ແລະ ​​ໄອ​ແລນ​ເໜືອ ສະ​ແດງ​ຄວາມປະ​ເອີ​ບ​ໃຈ​ ​ແງ່​ຫວັງ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ອັງກິດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ສະມາຊິກ​ເຄືອ​ຂ່າຍ ຫວຽດນາມ - ອັງກິດ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ.

        ສ່ວນ​ທ່ານ Alok Sharma ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງກິດ ທັງ​ຮັບຜິດຊອບ​ພາກ​ພື້ນ ອາຊີ - ປາຊີ​ຟິກ ຢືນຢັນ​ວ່າ ນັບ​ຕັ້ງ​ແຕ່​​​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ປີ 2010 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອັງກິດ ​ແລະ ຫວຽດນາມ ​ໄດ້​ເພີ່ມ​ທະວີຢ່າງ​ແຮງ. ຕາມ​ທ່ານ​ແລ້ວ ຄວາ​ມາ​ນະພະ​ຍາ​ຍາມ​ໝູນ​ໃຊ້​ບັນດາ​​ໂອກາດ​ພັດທະນາ​ຢ່າງ​ໃຫຍ່​ຫລວງ​ລະຫວ່າງ ອັງກິດ ​ແລະ ຫວຽດນາມ ສາມາດ​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ພື້ນຖານ​ເສດຖະກິດ ອາຊີ - ປາຊີ​ຟິກ.

ຂ່າວ/ບົດ​ອື່ນ