ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມແລະຮູງກາຣີໄດ້ຮັບການປັບປຸງ,ພັດທະນາຢ່າງບໍ່ຢຸດຢັ້ງ

ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມແລະຮູງກາຣີໄດ້ຮັບການປັບປຸງ,ພັດທະນາຢ່າງບໍ່ຢຸດຢັ້ງ - ảnh 1
ທ່ານ Lászlo Trócsanyi, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ແລະ ທ່ານ​ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ

(vovworld) –  ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ ຫວຽດນາມ ແລະ​ ຮູ​ງກາຣີ​ ໄດ້​ຮັບ​ການປັບປຸງ, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ  - ນີ້​ແມ່ນ​ຄຳຢັ້ງຢືນ​ຂອງ​ທ່ານ​ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ໃນ​ການ​ຕ້ອນຮັບ​ທ່ານ Lászlo Trócsanyi, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຮູ​ງກາຣີ ​ໃນ​ຕອນ​ບ່າຍ​ວັນ​ທີ 15/3, ຢູ່ ຮ່າ​ໂນ້ຍ. ທ່ານ​ ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ​ໄດ້​ຊີ້​ແຈ້ງວ່າ: ດ້ວຍຖານະ​ເປັນ​ສະມາຊິກ ສະຫະພາບ ​ເອີ​ລົບ (EU), ຮູ​ງກາຣີ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ ອີ​ຢູ ຢ່າງ​ບໍ່​ຢຸດ​ຢັ້ງ. ​ແຕ່​ປີ 2011 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ຂອງ ຮູ​ງກາຣີ ​ໃນ​ຂົງ​ເຂດ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມສະຫງົບ, ຄວາມ​ເປັນລະບຽບ​ຮຽບຮ້ອຍ​ຢູ່​ແຕ່ລະ​ປະ​ເທດ. ທ່ານ ​ເຈີ່ນ​ດ້າຍ​ກວາງ ຫວັງ​ວ່າ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​ກ່ຽວຂ້ອງ​ຂອງ 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ຍູ້​ແຮງ​ການ​ຮ່ວມ​ມື, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານອາດ​ຊະ​ຍາ​ກຳ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັບປະກັນ, ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ.

        ສ່ວນ​ທ່ານ Lászlo Trócsanyi, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຮູ​ງກາຣີ ​ໄດ້​ຢັ້ງຢືນ​ວ່າ: ກະຊວງ​ຍຸຕິ​ທຳ ຮູ​ງກາຣີ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ກາ​ນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ກະຊວງ​ຕຳຫຼວດ ຫວຽດນາມ ໃນ​ທຸ​ກໆ​ຂົງ​ເຂດ​ໃຫ້ກ້າວ​ເຂົ້າ​ສູ່​ລວ​ງ​ເລິກ​.


ຂ່າວ/ບົດ​ອື່ນ