ການພົວພັນຮ່ວມມືຫວຽດນາມແລະທະນາຄານພັດທະນາອາຊີນັບມືນັບພັດທະນາມແທ້ຈິງ,ມີປະສິດທິຜົນ

ການພົວພັນຮ່ວມມືຫວຽດນາມແລະທະນາຄານພັດທະນາອາຊີນັບມືນັບພັດທະນາມແທ້ຈິງ,ມີປະສິດທິຜົນ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 22/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຕ້ອນຮັບ ຜູ້ອຳນວຍການ​ທະນາຄານ​ພັດທະນາ​ອາຊີ (ADB) ປະຈຳ​ຫວຽດນາມ ທ່ານ Tomoyuki Kimura, ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຢັ້ງຢືນ​ວ່າ: ທ່ານ Tomoyuki Kimura ມີ​ອາຍຸ​ການ​ສຳ​ເລັດ​ຜົນ ​ແລະ ມີ​ບັນດາ​ການ​ປະກອບສ່ວນ​ທີ່​ດີ​ເດັ່ນໃນ​ການ​ເພີ່ມ​ທະວີ ​ແລະ ປັບ​ປຸງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ທະນາຄານ​ພັດທະນາ​ອາຊີ​. ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພົວພັນ​ຮ່ວມ​ມື​ຫວຽດນາມ ​ແລະ ທະນາ​ຄານ​ພັກ​ທະນາ​ອາຊີ​ ນັບ​ມື​ນັບ​ໄດ້​ຮັບ​ການ​ພັດທະນາ​ອັນ​ດີງາມ, ​ແທດ​ຈິງ ​ແລະ ​ມີ​ປະສິດທິ​ຜົນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຕີລາຄາສູງທະ​ນາຄານ​ພັດທະນາ​ອາຊີ ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ​ພ້ອມກັບ​ຫວຽດນາມ ​ໃນຕະຫຼອດ 20 ປີ​ທີ່​ຜ່ານ​ມາ ນັບ​ແຕ່​ເລີ່​ມຕົ້ນ​ພາລະກິດ​ປ່ຽນ​ໃໝ່; ກໍ່​ຄືຢັ້ງຢືນ​ ບົດບາດນັບ​ມື​ນັບ​ສຳຄັນຂອງ​ທະນາຄານ​ພັດທະນາ​ອາຊີ ສຳ​ລັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​​ໃນການ​ລົບ​ລ້າງ​ຄວາມ​ອຶດຫິວ​, ຫຼຸດຜ່ອນ​ຄວາມທຸກ​ຍາກ​, ​ການ​ສະໜອງ​ນ້ຳ​ສະອາດ… ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ອວຍພອນ​ທ່ານ Tomoyuki Kimura ​ໃນຖານະ​ຕຳ​ແໜງ​ປະຕິບັດງານ​ໃໝ່​ຈະ​ສືບ​ຕໍ່​ປະກອບສ່ວນ ​ເພື່ອ​​ພັດທະນາ​ການ​ພົວພັນ​ຫວຽດນາມ ​ແລະ ທະນາຄານ​ພັດທະນາ​ອາຊີ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ