ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ລັດ​ເຊຍ ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​

(VOVWORLD) - ຊຸມປີຜ່ານມາ, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ຮັບການປັບປຸງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ. ປັດຈຸບັນ, ລັດເຊຍ ພວມແມ່ນຕະຫຼາດຊຶ່ງ ຫວຽດນາມ ສົ່ງອອກຜະລິດຕະພັນມາເປັນເວລາຫຼາຍປີແລ້ວ .
ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ລັດ​ເຊຍ ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ - ảnh 1 ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ (ພາບ: ສະຖານທູດລັດເຊຍປະຈຳ ຫວຽດນາມ)

               ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ. ປີ 2018, ວົງເງິນການຄ້າລະຫວ່າງ ສອງປະເທດບັນລຸໄດ້ 4,57 ຕື້ USD. ໃນ 4 ເດືອນຕົ້ນປີ 2019, ວົງເງິນການຄ້າລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ບັນລຸໄດ້ ກ່ວາ 1,5 ຕື້ USD. ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແລະ ສະຫະພັນ ລັດເຊຍ ພວມຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດ ສຳຫຼວດກວດກາ ແລະ ຂຸດຄົ້ນນ້ຳມັນອາຍແກັດ. ໃນມໍ່ໆມານີ້, ຂົງເຂດກະສິກຳກໍ່ກາຍເປັນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ສຳຄັນ. ທ່ານ Konstantin Vnukov ຢັ້ງຢືນວ່າ:

        “ລັດເຊຍ ແລະ ຫວຽດນາມ ວາງເປົ້າໝາຍນຳວົງເງິນສອງສົ້ນໃຫ້ຂຶ້ນ ເຖິງ 10 ຕື້ USD ໃນປີ 2020, ແລະ ເບິ່ງລວມແລ້ວ ພວກເຮົາພວມບັນລຸໄດ້ຜົນສຳເລັດໃນ ວຽກງານນີ້ເມື່ອໄລ່ສະເລ່ຍແຕ່ລະປີວົງເງິນສອງສົ້ນເພີ່ມ ປະມານ 20%. ປີກາຍນີ້, ພວກເຮົາໄດ້ບັນລຸຕົວເລກ 6 ຕື້ USD, ເຖິງຢ່າງໃດກໍ່ຕາມ, ຖ້າວ່ານັບທັງປະລິມານການລົງທຶນແມ່ນ ພວກເຮົາໄດ້ບັນລຸຕົວເລກເກືອບ 10 ຕື້ USD.”

ຕອບກັບ

ຂ່າວ/ບົດ​ອື່ນ