ການຢ້ຽມຢາມຂອງທ່ານນາງຫງວຽນທິກິມເງິນເຖິງອິນເດຍເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມຂອງທ່ານນາງຫງວຽນທິກິມເງິນເຖິງອິນເດຍເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ - ảnh 1
ທ່ານ​ນາງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi
(ພາບ: Trọng Đức/TTXVN)

(vovworld) – ການ​ຢ້ຽມ​ຢາມ​ຂອງ​ ທ່ານ​ນາງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກິມ​ເງິນ ​ເຖິງ​ອິນ​ເດຍ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ນັ້ນ​ແມ່ນ​ການ​ຢ້ັ້ງ​ຢືນ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ ເມື່ອ​ຕອບ​ສຳ​ພາດຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແຕ່​ວັນ​ທີ 8 – 11/12/2016. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິ​ມງອກ ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ​ຄັ້ງນີ້​ໄດ​້​ຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​​ທີ່​ຫາກໍ່​ໄດ້​ຍົກ​ລະ​ດັບ​ເນື່ອງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ໃນ​ເດືອນ 9/2016 ເປັນ​ລະ​ອຽດ. ການຢ​້ຽມ​ຢາມກໍ່​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ກັບ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍ​ັດ ອິນ​ເດຍ ໃຫ້ເລ​ິກ​ເຊິ່ງ ກ້​ວາງ​ຂວາງ, ​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ​ໃຫ້​ແກ່​ການ​ພົວ​ພັນ​ສະ​ຖຽນ​ລະ​ພາບ​ແບບ​ຍາວ​ນານ​ກັບ ອິນ​ເດຍ ກ່​ວາ​ອີກ. ເນື່ອງ​ໃນ​ການ​ຢ້ຽມ​ຢາມຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື, ສ້າງ​ຂອບ​ເຂດ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ອົງ​ການ​ນິ​ຕິ​ບັນ​ຍັດຂອງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​​ແ​ຮງ​ກ່​ວາ​ອີກ.

        ໃນ​ສະ​ພາບ​ການພາກ​ພື້ນ ແລະ ສາ​ກົນ, ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ອິນ​ເດຍ ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນັບ​ແຕ່​ເມື່ອ​ເລີ່ມ​ຜັນ​ຂະ​ຫຍາຍ “ນະ​ໂຍ​ບາຍມ​ຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ” ແລະ ປະ​ຈຸ​ບັນ​ແມ່ນ “ນະ​ໂຍ​ບາຍ​​ການ​ເຄື່ອນ​ໄຫວມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ”, ສະ​ໜັບ​ສະ​ໜູນ ອິນ​ເດຍ ມີ​ບົດ​ບາດ ແລະ ທີ່​ຕັ້ງ​ນັບ​ມື້​ນັບ​ສູງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. 2 ປະ​ເທດ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ລວມ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ຢູ່ ອາ​ຊີ - ປາ​ຊີ​ຟິກ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສ​າ​ກົນ​.


ຂ່າວ/ບົດ​ອື່ນ