ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຊຸກຍູ້ການພົວພັນຫວຽດນາມ-ມາເລເຊຍ

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຊຸກຍູ້ການພົວພັນຫວຽດນາມ-ມາເລເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ແລະ
ທ່ານນາຍົກລັດຖະມົນຕີ Najib Razak
(ພາບ: VGP/NhatBac)

(vovworld) - ວັນ​ທີ 7/8, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເລີ່​ມຕົ້ນ​ການຢ້ຽ​ມຢາມ​ປະ​ເທດ ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ ສຳຄັນ​ໃນ​​ການຊຸກຍູ້​​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ໃນ ອາ​ຊຽນ ຍິ່ງກ່ວາ​ອີກ, ກະກຽມ​ມຸ່ງ​ກ້າວ​ໄປເຖິງ​ການສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​​ໃນ​ທ້າຍ​ປີ​ນີ້. ​ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ທ່ານ ຟ້າ​ມກາວ​ຟອງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ຢືນຢັນ​ວ່າ: ການ​ຢ້ຽມຢາມ ມາ​ເລ​ເຊຍ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຈະ​ເຮັດ​ໃຫ້​​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ, ການປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ, ສັງຄົມ ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ເລິກ​ເຊິ່ງກ່ວາອີກ. ​ໃນ​ໄລຍະ​ຜ່ານ​ມາ ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກາວ​ຟອງ ​ໃຫ້​ຮູ້​ວ່າ:

                “​ ໃນ​ໄລຍະ​ຢ້ຽມຢາມ ມາ​ເລ​ເຊຍ ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ຄະນະ​ຜູ້​ແທນ​ ຫວຽດນາມ ຈະ​ມີ​ການ​​ເຈລະຈາ​ລະຫວ່າງ 2 ຝ່າຍ ​ແລະ ມີ​ການພົບ​ປະສະ​ເພາະ​ລະຫວ່າງ​ທ່ານນາຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກັບ ນາຍົກລັດຖະມົນຕີ ມາ​ເລ​ເຊຍ. ພ້ອມ​ກັນ​ນັ້ນ ຍັງຈະ​ດຳ​ເນີນ​ການ​ພົບ​ປະລະ​ຫວ່າງ ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກັບ​ນັກທຸລະ​ກິດ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ. ຄາດ​ຄະ​ເນ​ວ່າ: ຫວຽດນາມ ​ແລະ ມາ​ເລ​ເຊຍ ຈະ​ເຊັນ​ສັນຍາ​ໃໝ່​ກ່ຽວ​ກັບ​ແຮງ​ງານ.”

                        ທູ​ຮ່ຽນ, ນັກ​ຂ່າວ VOV


ຂ່າວ/ບົດ​ອື່ນ