ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ນຳສາຍພົວພັນລະຫວ່າງສອງປະເທດຂຶ້ນລະດັບສູງໃໝ່

(VOVWORLD) -ເນື່ອງໃນໂອກາດ ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດ ປະຊາຊົນ ບັງກະລາເທດ ລະຫວ່າງວັນທີ 04 – 06 ມີນາ ນີ້, ທ່ານນາງນາຍົກລັດຖະມົນຕີບັງກະລາເທດ Sheikh Hasina ໄດ້ຕອບສຳພາດນັກຂ່າວຂອງສຳນັກງານຂ່າວສານຫວຽດນາມຢູ່ອາຊີໃຕ້ ກ່ຽວກັບການພົວພັນຂອງສອງປະເທດ

ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ນຳສາຍພົວພັນລະຫວ່າງສອງປະເທດຂຶ້ນລະດັບສູງໃໝ່ - ảnh 1 ທ່ານນາງນາຍົກລັດຖະມົນຕີບັງກະລາເທດ Sheikh Hasina

(ພາບປະກອບ: reuters)

ກໍຄືຄວາມໝາຍຂອງການຢ້ຽມຢາມຄັ້ງນີ້. ໃນຊຸມປີຜ່ານມາ, ໄດ້ມີບັນດາການແລກປ່ຽນຄະນະຜູ້ແທນ ຂັ້ນສູງໃນຂັ້ນລັດຖະບານ ແລະ ການເມືອງລະຫວ່າງສອງປະເທດ ແລະ ການຮ່ວມມືສອງຝ່າຍໃນບັນດາຂົງເຂດຕ່າງໆກໍພວມມີການເປີດກວ້າງ.

ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງຢູ່ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄັ້ງນີ້, ທ່ານນາງນາຍົກລັດຖະມົນຕີ Sheikh Hasina ເນັ້ນໜັກວ່າ ບັງກະລາເທດປາດຖະໜາ ເພີ່ມທະວີຄວາມສາມັກຄີມິດຕະພາບ, ການຮ່ວມມືໃນບັນດາຂົງເຂດກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນເພື່ອນມິດຂອງພວກຂ້າພະເຈົ້າໃຫ້ຫຼາຍກວ່າເກົ່າ. ໃນການຢ້ຽມຢາມຄັ້ງນີ້, ກໍຈະມີການລົງນາມບາງບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືສອງຝ່າຍ. ບໍ່ພຽງແຕ່ເທົ່ານັ້ນ ການຢ້ຽມຢາມຄັ້ງນີ້ ຍັງຊ່ວຍສອງປະເທດໄດ້ຫຍັບເຂົ້າໃຫ້ກັນກວ່າອີກ ແລະ ນຳການພົວພັນລະຫວ່າງສອງປະເທດກ້າວຂຶ້ນລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ