ການຢ້ຽມຢາມຂອງປະທານປະເທດເຈີນດ້າຍກວາງໄດ້ຮັດແໜ້ນການພົວພັນມິດຕະພາບອັນເປັນມູນເຊື້ອຫວຽດນາມ-ບັງກະລາເທດ

(VOVWORLD) -ເມື່ອຕອບສຳພາດນັກຂ່າວຂອງສຳນັກງານຂ່າວສານຫວຽດນາມກ່ຽວກັບການເດີນທາງໄປຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງຢູ່ບັງກະລາເທດໃນລະຫວ່າງວັນທີ 04 – 06 ມີນານີ້

ການຢ້ຽມຢາມຂອງປະທານປະເທດເຈີນດ້າຍກວາງໄດ້ຮັດແໜ້ນການພົວພັນມິດຕະພາບອັນເປັນມູນເຊື້ອຫວຽດນາມ-ບັງກະລາເທດ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳບັງກະລາເທດ ເຈີນວັນຄວາ

(ພາບ: Vietnam+)

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳບັງກະລາເທດ ເຈີນວັນຄວາ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ຮັດແໜ້ນການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ບັງກະລາເທດ.

ເມື່ອຖືກຖາມກ່ຽວກັບຄວາມໝາຍກໍຄືຈຸດປະສົງໃນການເດີນທາງຢ້ຽມຢາມຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງຄັ້ງນີ້, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳບັງກະລາເທດ ເຈີນວັນຄວາຖືວ່ານີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານປະເທດຫວຽດນາມຢູ່ບັງກະລາເທດໃນຮອບ 14 ປີ ນັບແຕ່ມີການຢ້ຽມຢາມແຕ່ປີ 2004.ການຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນເປັນພິເສດເພາະວ່າປີນີ້ແມ່ນປີທີ່ສອງປະເທດສະເຫຼີມສະຫຼອງແຫ່ງວັນສ້າງຕັ້ງການພົວພັນດ້ານການທູດຄົບຮອບ 45 ປີ. ການເດີນທາງຢ້ຽມຢາມຄັ້ງນີ້ຍິ່ງມີຄວາມໝາຍກວ່າ ເພາະດຳເນີນໃນຈຸດເວລາທີ່ສະພາບການການພົວພັນລະຫວ່າງສອງປະເທດພວມມີບາດກ້າວພັດທະນາກະໂດດຂັ້ນໃນທຸກດ້ານເຊັ່ນ:ດ້ານການເມືອງ, ເສດຖະກິດ, ການຄ້າ, ວັດທະນາທຳ, ການສຶກສາ, ການປ້ອງກັນຊາດແລະອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ