ການລຸກຮື້ຂຶ້ນຂອງກຳລັງທະຫານຢູ່ ມາລີ

(VOVWORLD) - ວັນທີ 07 ກັນຍາ, ປະຊາຄົມເສດຖະກິດບັນດາປະເທດ ອາຟຣິກາຕາເວັນຕົກ (ECOWAS) ສືບຕໍ່ຮຽກຮ້ອງໃຫ້ກຳລັງກໍ່ລັດຖະປະຫານຢູ່ ມາລີ ມອບໂອນສິດອຳນາດໃຫ້ອຳນາດການປົກຄອງພົນລະເຮືອນຢ່າງວ່ອງໄວ ພາຍຫລັງການລຸກຮື້ຂຶ້ນຂອງກຳລັງທະຫານເມື່ອເດືອນ ສິງຫາ ຜ່ານມາ.
ການລຸກຮື້ຂຶ້ນຂອງກຳລັງທະຫານຢູ່ ມາລີ - ảnh 1ກອງປະຊຸມເຈລະຈາຢູ່ Bamako, ມາລີ ໃນວັນທີ 22/8/2020. (ພາບ: AFP/TTXVN)

ກ່າວຄຳເຫັນໄຂກອງປະຊຸມຂອງ ECOWAS, ທ່ານປະທານາທິບໍດີ ນີເຊຣີ Mahamadou Issoufou, ປະທານ ECOWAS ຊີ້ແຈ້ງວ່າ: ECOWAS ມີໜ້າທີ່ຜິດຊອບຊ່ວຍເຫຼືອປະຊາຊົນ ມາລີ ມຸ່ງໄປເຖິງການສ້າງຕັ້ງບັນດາອົງການຈັດຕັ້ງປະຊາທິປະໄຕໂດຍໄວ. ທ່ານກໍ່ຮຽກຮ້ອງໃຫ້ອຳນາດການປົກຄອງການທະຫານ ມາລີ ສົມທົບກັບ ECOWAS ເພື່ອຍູ້ໄວວິວັດການດັ່ງກ່າວ, ຍ້ອນວ່າ ນັ້ນແມ່ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ມາລີ, ກໍ່ຄືບັນດາຄູ່ຮ່ວມມືຍຸດທະສາດຂອງປະເທດ ອາຟຣິກາ ນີ້. ກ່ອນໜ້ານັ້ນ, ECOWAS ໄດ້ຈັດວາງບາງມາດຕະການລົງໂທດຕໍ່ ມາລີ ແລະ ຮຽກຮ້ອງສ້າງລັດຖະທຳມະນູນຄືນໃຫ້ເປັນລະບຽບຮຽບຮ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ