ການລົງຄະແນນສຽງ ໄວ້ວາງໃຈທີ່ ສະໄໝປະຊຸມເທື່ອທີ 7 ສະພາ ປຊຊ ນະຄອນດ່ານັງ

ການລົງຄະແນນສຽງ ໄວ້ວາງໃຈທີ່ ສະໄໝປະຊຸມເທື່ອທີ 7 ສະພາ ປຊຊ ນະຄອນດ່ານັງ - ảnh 1

(ພາບ:cafef.vn)

(vovworld)- ຕອນ​ເຊົ້າວັນ​ທີ 9/7, ​ໄດ້​ໄຂ​ກອງ​ປະຊຸມ​ເທື່ອ​ທີ 7 ສະພາ ປຊຊ ນະຄອນ​ດ່າ​ນັງ ຊຸດ​ທີ 8 ​ເພື່ອ​ຕີ​ລາຄາ​ໜ້າ​ທີ່​ໃນ 6 ​ເດືອນ​ຕົ້ນປີ ​ແລະ ປຶກສາ​ຫາລື​ໜ້າ​ທີ່​ໃນ 6 ​ເດືອນ​ທ້າຍ​ປີ 2013. ກອງ​ປະຊຸມ​ຄັ້ງນີ້​ກໍ່​ດຳ​ເນີນ​ການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ ປຊຊ ນະຄອນ​ເລືອກ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານຮອງປະທານ​ສະພາ​ແຫ່ງ​ຊາດ​ຮິງ​ຫງອກ​ເຊີນ ຊີ້​ແຈ້ງວ່າ: ​ການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ ປຊຊ ນະຄອນ​ເລືອກ​ຕັ້ງ ​ແມ່ນ​ໜຶ່ງ​ໃນ​ບັນດານ​ການ​ເຄື່ອນ​ໄຫວສຳຄັນຂອງ​ສະ​ໄໝ​ປະຊຸມ​ຄັ້ງນີ້. ທ່ານ​ສະ​ເໜີ​ວ່າ: ​ການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ຕ້ອງ​ຮັບປະກັນ​ຖືກຕ້ອງ​ຕາມ​ການ​ແນະນຳ​ກ່ຽວ​ກັບ​ຂັ້ນຕອນ, ຍຸດຕິ​ທຳ, ​ເປີດ​ເຜີຍ ​ແລະ ປະຊາທິປະ​ໄຕ:

  ”ສະ​ເໜີ​ໃຫ້​ບັນດາ​ສະມາຊິກສະພາ ປຊຊ ນະຄອນ ຈົ່ງ​ສະຫງວນ​ເວລາ​ຄົ້ນຄ້ວາ​​​ເພື່ອຮັບ​ເອົາຂໍ້​ມູນ​ຂ່າວ​ໃຫ້​ຄົບ​ຖ້ວນ, ປຶກສາ​ຫາລື ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ​, ຍຸດຕິ​ທ​ຳລະດັບ​ໄວ້​ວາງ​ໃຈ​ສຳລັບຜູ້​ຖືກລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​. ໝາກຜົນ​ການລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​​ຄວນ​ປະກາດ​ຢ່າງ​ເປີດ​ເຜີຍ. ສິ່ງດັ່ງກ່າວຈະ​ຊ່ວຍ​ໃຫ້​ຜູ້​ຖືກລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ ​ເຫັນ​ໄດ້​ລະດັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ຕົ​ນ​ເພື່ອ​ສູ້​ຊົນ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວຂອງ​ຕົນ”.

ຂ່າວ/ບົດ​ອື່ນ