ການລົງທຶນແລະການຄ້າສອງຝ່າຍຫວຽດນາມແລະສະຫະລັດອາເມລິກາພັດທະນາຢ່າງເຂັ້ມແຂງ

ການລົງທຶນແລະການຄ້າສອງຝ່າຍຫວຽດນາມແລະສະຫະລັດອາເມລິກາພັດທະນາຢ່າງເຂັ້ມແຂງ - ảnh 1
ທ່ານ ຫງວຽນ​ຊ​ວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ຂັ້ນ​ສູງ ອາ​ເມ​ລິ​ກາ
(ພາບ: ເຈີນ​ຫາຍ)

(vovworld)- ​ຕອນ​ບ່າຍ ​ວັນ​ທີ 25/8, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຫງວຽນ​ຊວນ​ຟຸກ ໄດ້ໃຫ້​ການຕ້ອນ​ຮ​ັບ ​ຄະ​ນະ​​ວິສາ​ຫະ​ກິດ​ຂັ້ນ​ສູງ ​ສະ​ພາດຳ​ເນີນ​ທຸ​ລະ​ກິດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ-ອາ​ຊຽນ (US-ABC) ໂດຍ ທ່ານ A.Phen-men, ປະ​ທານ​ທັງ​ເປັນ​ຜູ​້ອຳ​ນວຍ​ການບໍ​ລິ​ຫານ US-ABC ເປັນ​ຫົວ​ໜ້າ​ຄະ​ນະ. ກ່າວ​ຄວາມ​ເຫັນ​ ທີ່​ການ​ຕ້ອນ​ຮັບ, ທ່ານ ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ​ຫງວຽ​ນ​ຊວນ​ຟຸກ​ ເນັ້​ນ​ໜັກ​ວ່າ: ຫວຽດ​ນາມ ແລະ ສະ​ຫະ​ລັດ​ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້ບາດ​ກ້າວ​ກະ​ໂດດ​ຂັ້ນຫຼາຍ​ຢ່າງ ໃນ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ປະ​ເທດ ​ໃນ 10 ປີ ​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ການ​ລົງ​ທຶນ ແລະ ການ​ຄ້າ​ສອງ​ຝ່າຍ ພ​ວມ​ພັດ​ທະ​ນາ​ຢ່າງ​​ແຮງ. ຫວຽດ​ນາມ ຕີ​ລາ​ຄາ​ສູງ ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ການ​ຮ່ວມ​ມື​ ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ສຳ​ລັບ​​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ການ​ຮ່ວມ​ມື​ຜ່ານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI); ຊົມ​ເຊີຍ​ການກວດ​ກາ, ຕີ​ລາ​ຄາ ແນ​ໃສ່​ຍົກ​ອອກ ແລະ ຜັນ​ຂະ​ຫຍາຍ​ ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ທີ່​ມີ​ປະ​ສິດ​ທິ​ຜົນ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ​ຂອງ​​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໃນຕົວ​ຈິງ ແລະ ກຳ​ແໜ້ນ​​ກາ​ລະໂອ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຈາກສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ບົນ​ຈິດ​ໃຈ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ: US-ABC ຈະ​ສືບ​ຕໍ່​ໜູນ​ຊ່ວຍ​​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດຫວຽດ​ນາມ ​​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍົກ​ສູງ​ກຳ​ລັງ​​ແກ້ງ​ແຍ່ງຢ່າງ​ຕັ້ງ​ໜ້າ; ກໍ່​ຄື​ນຳ​ບັນ​ດາ​ຄຳ​ປຶກ​ສາ, ຂໍ້​ສະ​ເໜີ​ແນະ ຊ່ວຍ​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ວິ​ວັດ​ແຫ່ງ​ການ​ບໍ​ລິ​ຫານ ແລະ ​ພັດ​ທະ​ນະ​ປະ​ເທດ​ຊາດ.

        ທີ່​ການ​ຕ້ອນ​ຮັບ, ມີວິ​ສາ​ຫະ​ກິດ​ສະ​ຫະ​ລັດ​ອາ​ເມ​ລິ​ກາຫຼາຍແຫ່ງ ​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ​​ແຫ່ງການ​ລົງ​ທຶນ ​ຂອງ​ຫວຽດ​ນາມ ພວມ​ໄດ້​ຮັບ​ການ​ປັບ​ປຸງ, ສະ​ແດງ​​ໃຫ້​ເຫັນຄວາມ​ຕັດ​ສິນ​ໃຈ​ເປີດກວ້າງ​ການ​ທຳ​ມາ​​ຄ້າ​ຂາຍ​ທີ່​ຍາວ​ນານ ​ຢູ່​ຫວຽດ​ນາມ, ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ.

 


ຂ່າວ/ບົດ​ອື່ນ