ການວາງລູກລະເບີດສອງຄັ້ງຢູ່ອີຣັກເຮັດໃຫ້ກວ່າ50ຄົນຖືກບາດເຈັບ

ການວາງລູກລະເບີດສອງຄັ້ງຢູ່ອີຣັກເຮັດໃຫ້ກວ່າ50ຄົນຖືກບາດເຈັບ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ​ວາງ​ລະ​ເບີດ
ພາບ:AFP/TTXVN)
(vovworld)- ​ວັນ​ທີ 23/4, ຕຳ​ຫລວດ ອີ​ຣັກ ໃຫ້​ຮູ້​ວ່າ ໄດ້​ເກີດ​ການ​ວາງ​ລະ​ເບີດ​ສອງ​ຄັ້ງ​ເລັ່ງ​ໃສ່​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່ ນະ​ຄອນ​ຫລວງ ແບກ​ແດດ ເຮັ​ດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 12 ຄົນ ແລະ ອີກ 39 ຄົນ​ຖືກ​ບາດ​ເຈັບ. ອົງ​ການ​ລັດ​ອິດ​ສະ​ລາມ IS ໄດ້​ຍອມ​ຮັບ​ປະ​ຕິ​ບັດ​ເຫດ​ບຸກ​ໂຈມ​ຕີ​ໃສ່​ປ້ອມກວດກ​າ​ຄວາມ​ສະ​ຫງົບ​ຢູ່ ເມືອງ al Husseiniya ທາງ​ທິດ​ເຫນືອ​ນະ​ຄອນ​ຫລວງ ແບກ​ແດດ ເຮັດ​ໃຫ້ 9 ຄົນ​ເສຍ​ຊີ​ວິດ ແລະ 28 ຄົນ​ຖືກ​ບາດ​ເຈັບ. ສ່ວນ​ເຫດ​ບຸກ​ໂຈມ​ຕີ​ທີ​ສອງ​ເລັ່ງ​ໃສ່​ຂ​ະ​ບວນ​ລົດ​ການ​ທະ​ຫານ​ຢູ່​ເຂດ Arab al Jabour ຊານ​ນະ​ຄອນ​ແບກ​ແດດ ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ ແລະ 11 ຄົນ​ຖືກ​ບາດ​ເຈັບ​ ແຕ່​ບໍ່​ທັນ​ມີ​ອົງ​ການ​ໃດ​ຍອມ​ຮັບ​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີນີ້.

 

 

ຕອບກັບ

ຂ່າວ/ບົດ​ອື່ນ