ການວາງລະເບີດນອງເລືອດກ່ອນການ ເລືອກຕັ້ງຢູ່ປາກີສະຖານ

ການວາງລະເບີດນອງເລືອດກ່ອນການ ເລືອກຕັ້ງຢູ່ປາກີສະຖານ - ảnh 1
ການວາງ​ລະ​ເບີດ​​​ປາ​ກີ​ສະຖານ

(ພາບ:Getty Images)

(vovworld)- ການ​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ກ່ອນ​ການ​ເລືອກ​ຕັ້ງຢູ່​ປາ​ກີ​ສະຖານ ​ໃນຂະນະ​ທີ່​ລູກ​ລະ​ເບີດ​ລູກ 1 ຖືກ​ລະ​ເບີດ​ຂຶ້ນ​ທີ່​ການ​ເດີນ​ຂະ​ບວນ​ຫາ​ສຽງ​ເລືອກ​ຕັ້ງຢູ່​ເທດສະບານ​ເມືອງ​ແຫ່ງ​ໜຶ່ງ ຂຶ້ນກັບ​ເຂດ​ຊົນ​ເຜົ່າ​ໃນ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ປາ​ກີ​ສະຖານ ​ເຮັດ​ໃຫ້ 48 ຄົນ​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບ. ບັນດາ​ແຫຼ່ງຂ່າວທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ​​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເກີດ​ຂຶ້ນ​ທີ່​ເຂດ​ຊົນ​ເຜົ່າ Kurram ຕິດ​ກັບ​ເຂດ​ຊາຍ​ແດນ​ອາບ​ກາ​ນີສະຖານ ​ແລະ ​ແນ່​ໃສ່ການ​ເດີນ​ຂະ​ບວນ​ແຫ່ສະໜັບສະໜູນ​ຂະ​ບວນການ Jamiat Ulema-e-Islam-ພັກ​ອິດ​ສະລາ​ມຝ່າຍ​ຂວາ​ໃນ​ພັນທະ​ມິດ​ຂອງ​ລັດຖະບານ​ທີ່​ໃກ້​ຈະ​ສິ້ນ​ສຸດ​ອາຍຸ​ການ. ບັນດາ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ລູກ​ລະ​ເບີດ​ດັ່ງກ່າວ​ຖືກ​ລະ​ເບີດ​ຂຶ້ນ​ໃນ​ລະຫວ່າງກາງ​ຂະ​ບວນຄົນ​ເຂົ້າຮ່ວມການ​ເດີນ​ຂະ​ບວນ​ສະໜັບສະໜູນ​ທ່ານ Munir Khan Orkzai ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຂອງຂະ​ບວນການ Jamiat Ulema-e-Islam.

ຂ່າວ/ບົດ​ອື່ນ