ການວາງລະເບີດຢູ່ Afganixtan ເຮັດໃຫ້ 10 ຄົນເສຍຊີວິດ

ການວາງລະເບີດຢູ່ Afganixtan ເຮັດໃຫ້ 10 ຄົນເສຍຊີວິດ - ảnh 1

ການ​ວາງລະ​ເບີດ​ຢູ່​ Afganixtan

(ພາບ:docbao24h.vn)

( vovworld ) ​​​​​ໃນ​ເຫດການ​ວາງລະ​ເບີດ​ຢູ່​ແຂວງ Kandahar ທາງ​ພາກ​​ໃຕ້ປະ​ເທດ Afganixtan, ມີ​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 10 ຄົນ ຊື່​ງ​ໃນ​ນັ້ນມີ​ທະຫານ​ຜູ້ 1 ສັງກັດ​ກຳລັງ​ໜູນ​ຊ່ວຍການ​ປ້ອງ​ກັນ​ຄວາມ​ສະຫງົບ ​(ISAF), ພ້ອມ​ກັບຕຳຫຼວດ 6 ຄົນ ​ແລະ ທະຫານ Afganixtan 2 ຄົນ. Kandahar ຖືກ​ຖື​ວ່າ ​ແມ່ນ​ເຮືອນ​ຮັງ​ຂອງ​ບັນດາ​ມື​ປືນ Taliban ນັບ​ແຕ່​ລະບອບ Taliban ຖືກ​ໂຄ່ນ​ລົ້ມ. ຢູ່​ທີ່​ນີ້ ​ໄດ້​ເກີດ​​ການ​ບຸກ​ໂຈມ​ຕີ​ຄັ້ງຕ່າງໆ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ຕ້ານ​ລັດຖະບານ Afganixtan ​ແລະ ບັນດາ​ກຳລັງ​ຕ່າງປະ​ເທດ.

 

 


ຂ່າວ/ບົດ​ອື່ນ