ການວາງລະເບີດຢ່າງລຽນຕິດກໍ່ຄວາມລົ້ມຫາຍຕາຍຈາກຢ່າງໃຫຍ່ຫຼວງຢູ່ Nigeria

ການວາງລະເບີດຢ່າງລຽນຕິດກໍ່ຄວາມລົ້ມຫາຍຕາຍຈາກຢ່າງໃຫຍ່ຫຼວງຢູ່ Nigeria - ảnh 1
ການ​ວາງ​ລະ​ເບີດ​ຢ່າງ​ລຽ​ນ​ຕິດ​ກໍ່​ຄວາມລົ້​ມຫາຍ​ຕາຍ​ຈາກຢ່​າງ​ໃຫຍ່​ຫຼວງ
(ພາບ: thewhistler.ng)

(vovworld) –​ ​ ຢ່າງ​ໜ້ອຍ​ຊຸດມ​ີ 10 ຄົນ​ເສຍ​ຊີ​ວິດ ແລະ ກວ່າ 30 ຄົນ​​ໄດ້ຮັບ​ບ​າ​ດ​ເຈັບ ໃນການ​ບຸກ​ໂຈ​ມ​ຕ​ີ​ສະ​ຫຼະ​ຊີບຄັ້ງ​ຕ່າງໆ​ຢູ່​ເທດ​ສະ​ບານ​ເມືອງ Chibok, ລັດ Borno, ​ທາງທິດ​ເໜືອ Nigeria. ​ມີພະ​ຍານ​ຜູ້​ໜຶ່ງ​ໃຫ້​ຮ​ູ້​ວ່າ ​ເຫດ​ວາງ​ລະ​ເບີດ​ຖືກ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ທ່ຽງ, ເມື່ອ​ເທດ​ສະ​ບານນີ້​ມີ​​ພໍ່ຄ້າ​​ຊາວຂາຍ​ຫຼາຍ​ຄົນ​ທີ່​ມາ​ຈາກ​ບັນ​ດາ​ບ້ານອ​້​ອມ​ຂ້າງ ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ທ້າຍ​ສັບ​ປະ​ດາ. ລະ​ເບີດ​​ລູກທຳ​ອິດ​ໄດ້​ແຕກ​ຢູ່​ສະ​ຖານ​ທີ່​ຄວບ​ຄ​ຸມ​ແຫ່ງ​ໜຶ່ງ, ເຊິ່ງ​ແມ່ນ​ບ່ອນ​ທີ່​ທຸກ​ຄົນ​ຕ້ອງ​ເຂົ້າ​ເທດ​ສະ​ບານນີ້​ໄປ​ຜ່ານ​ເພື່ອກວດ​ກາ. ລະ​ເບີດລູກ​​ທີ 2 ຖືກ​​ແຕກ​ໃນ​ທ້ອງ​ຕະ​ຫຼາດ ແລະ ລູກ​ທີ 3 ກໍ່ຖືກ​​ແຕກ​ຢູ່​ສະ​ຖານ​ທີ່​ໃກ້ໆ​ນັ້ນ. ບັນ​ດາ​ເຫດ​ວາງ​ລະ​ເບີດ​ນີ້ມີ​ຈຸດ​ຄ້າຍ​ຄື​ກັນ​ກັບ​​ເຫດ​ບຸກ​ໂຈມ​ຕີ​ຂອງ Boko Haram, ​ເກີດ​​ໃນ​ສະ​ພາບ​ດຽວ​ກັນ ແລະ ​ເລັ່ງໃສ່​ບັນ​ດາ​ເປົ້າໝາຍ​ພົນ​ລະ​ເ​ຮືອ​ນ​ຄື​ບັນ​ດາ​​ເຂດຕະ​ຫຼາດ, ​ສາ​ລາ, ວັດ ແລະ ສະ​ຖາ​ນີ​ລົດ​ເມ, ກໍ​ຄື​ບາງ​ສະ​ຖານ​ທີ່ກວດ​ກາ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

ຂ່າວ/ບົດ​ອື່ນ