ການວາງລະເບີດລຽນຕິດຢູ່ອິນໂດເນເຊຍເຮັດໃຫ້7ຄົນຖືກເສຍຊີວິດແລະ20ຄົນຖືກບາດເຈັບ

ການວາງລະເບີດລຽນຕິດຢູ່ອິນໂດເນເຊຍເຮັດໃຫ້7ຄົນຖືກເສຍຊີວິດແລະ20ຄົນຖືກບາດເຈັບ - ảnh 1
​ເຫດ​ວາງ​ລະ​ເບ​ີດ​ຢູ່ ນະ​ຄອນ​ຫລວງ ຈາ​ກາ​ຕາ
ພາບ:nhandan.com

(vovworld)- ​ ​ບັນ​ດາ​ເຫດ​ວາງ​ລະ​ເບ​ີດ​ຢ່າງ​ລຽ​ນ​ຕິດ ແລະ ຍິງ​ປືນ ຢູ່ ນະ​ຄອນ​ຫລວງ ຈາ​ກາ​ຕາ ຂອງ​ອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 14/1 ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ຫນ້ອຍ​ສຸດ 7 ຄົນ ລວມ​ມີ ສາ​ມັນ​ຊົນ 2 ຄົນ, ໃນ​ນັ້ນ​ມີ ຊາວ ໂຮນ​ລັງ ຄົນ​ຫນຶ່ງ, ພວກ​ບຸກ​ໂຈມ​ຕີ 5 ຄົນ ແລະ ອີກ 20 ຄົນ​ຖືກ​ບາດ​ເຈັບ.  ຕຳ​ຫລວດ​ໄດ້​ຈັບ​ຕົວ 4 ຄົນ ທີ່​ຖືກ​ສົງ​ໃສວ່າ​ກ່ຽວ​ຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodocho ໃຫ້​ຮູ້​ວ່າ: ການ​ວາງ​ລະ​ເບີດ​ຫລາຍ​ຄັ້ງ​ຢູ່ ຈາ​ກາ​ຕາ ແມ່ນ​ການ​ກະ​ທຳ​ກໍ່​ການ​ຮ້າຍ. ທ່ານ Joko Widodocho ໄດ້ກ່າວ​ປະ​ນາມທຸກ​ການ​ກະ​ທຳ​ກໍ່​ຂາດ​ສະ​ຖຽນ​ລະ​ພາບ ແລະ ສັນ​ຕິ​ພາບ ກໍ​ຄື​ເຮັດ​ໃຫ້​ປະ​ຊາ​ຊົນ ມີ​ຄວາມວ​ິ​ຕົກ​ກັງ​ວົນ ແລະ ຢ້ານ​ກົວ.

 


ຕອບກັບ

ຂ່າວ/ບົດ​ອື່ນ