ການວາງລະເບີດສະຫຼະຊີບຢູ່ນີເຢຣີ

ການວາງລະເບີດສະຫຼະຊີບຢູ່ນີເຢຣີ - ảnh 1

ເຫດວາງລະເບີດສະຫຼະຊີບຢູ່ນີເຢຣີ
(ພາບ IANS)

(vovworld) - ຢ່າງ​ໜ້ອຍ​ສຸດ​ກໍ່​ມີ​ຜູ້​ເສຍ​ຊີວິດ 120 ກວ່າ​ຄົນ ​ແລະ ຜູ້​ຖືກ​ບາດ​ເຈັບ 270 ຄົນ ​ໃນການວາງ​ລະ​ເບີດ​ສະຫຼະ​ຊີບ ​ແລະ ຍິງ​ປືນ​ວັນ​ທີ 28/11, ທີ່​ເລັ່ງ​ໃສ່​ບັນດາ​ໂບດ​ອິດສະ​ລາມ​ຢູ່​ນີ​ເຢຣີ ​ໃນ​ຈຸດ​ເວລາ​ທີ່​ບັນດາ​ສາສະ​ນິກະ​ຊົນ​ພວມ​ດຳ​ເນີນ​ພິທີ​ພາວະນາ​ທ້າຍ​ສັບປະດາ. ​ໃນ​ວັນ​ດຽວ​ກັນ, ສະຫະ​ປະຊາ​ຊາດ ​ແລະ ອາ​ເມ​ລິ​ກາ​ໄດ້​ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ຢ່າງ​ຮຸນ​ແຮງ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຮຽງ​ບ່າ​ຮຽງ​ໄລ່​ພ້ອມ​ກັບ​ປະຊາຊົນ​ນີ​ເຢຣີ ​ໃນ​ການ​ຕ້ານ​ລັດທິ​ຫົວ​ຮຸນ​ແຮງ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ