ການວາງລະເບີດເລັ່ງໃສ່ ທະຫານແລະ ຜູ້ໄປ ນະມັດສະການຢູ່ອີຮັກ

ການວາງລະເບີດເລັ່ງໃສ່ ທະຫານແລະ ຜູ້ໄປ ນະມັດສະການຢູ່ອີຮັກ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 25/5, ຢູ່​ອີ​ຮັກ ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ 2 ຄັ້ງ ​ໃສ່​ທະຫານ ​ແລະ ຜູ້​ໄປ​ນະມັດສະການ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 10 ຄົນ ​ແລະ 19 ຄົນ​ຖືກ​ບາດ​ເຈັບ. ລົດ​ຄັນ​ໜຶ່ງ​ຂອງ​ທະຫານ​ອີ​ຮັກ ຖືກ​ວາງ​ລະ​ເບີດ​ບົນ​ເສັ້ນທາງ​ຢູ່​ມໍ່​ກັບ​ເທດສະບານ Heet, ທີ່​ຂຶ້ນ​ກັບ​ແຂວງ Anbar, ​ເຮັດ​ໃຫ້ ທະຫານ 5 ຄົນ​​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ​ການວາງລະ​ເບີດ​ໃສ່​ລົດ​ເມ​ທີ່​ຂົນ​ສົ່ງ​ຜູ້​ໄປ​ນະມັດສະການບົນ​ເສັ້ນທາງ​ດ່ວນ​ຈາກ Balad ​ເຖິງ Samarra, ​ໄດ້​ເຮັດ​ໃຫ້ 5 ຄົນ​ເສຍ​ຊີວິດ ​ແລະ ອີກ 19 ຄົນ​ຮັບ​ບາດ​ເຈັບ, ຜູ້​ປະສົບ​ເຄາະ​ຮ້າຍ​ເກືອບ​ທັງ​ໝົດ​ແມ່ນ​ຊາວ​ອີ​ຮານ. ກ່ອນ​ໜ້າ​ນັ້ນ, ຕົ້ນ​ອາທິດ​ຜ່ານ​ມາ, ​ເຫດ​ວາງ​ລະ​ເບີດ​ທີ່​ຄ້າຍຄື​ກັນ​ທີ່​ເກີດ​ຂຶ້ນ​ບົນ​ເສັ້ນທາງ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ຜູ້​ໄປ​ນະມັດສະການ 8 ຄົນ​ເສຍ​ຊີວິດ ​ແລະ 15 ຄົນ​ຖືກ​ບາດ​ເຈັບ.

 

ຂ່າວ/ບົດ​ອື່ນ