ການວາງສະແດງແຜນທີ່ແລະແນະນຳວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ ຢູ່​ລອງ​ອານ

ການວາງສະແດງແຜນທີ່ແລະແນະນຳວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ ຢູ່​ລອງ​ອານ - ảnh 1
ງານ​ວາງ​ສະ​ແດງ​ຢູ່ເກີ່ນເດືອກ

(vovworld) – ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ເກີ່ນເດືອກ (ແຂວງ ​ລອງ​ອານ) ໄດ້ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ​ແນະ​ນຳ​ວັດ​ຖຸເອ​ກະ​ສານ “ຮ່​ວາ​ງ​ຊາ, ເຈື່ອງ​ຊາ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ ແລະ ​ນິ​ຕິ​ທຳ” ຢູ່​ສູ​ນ​ວັດ​ທະ​ນະ​ທຳ​ເມືອງ ເກີ່ນ​ເດືອກ ແຕ່​ວັນ​ທີ 27 – 30/12. ງານ​ວາງ​ສະ​ແດງ​ໄດ້​ນຳ​ມາ​ວາງ​ສະ​ແດງ​ແຜນ​ທີ່, ຮູບ​ພາບ, ​ວັດ​ຖຸເອ​ກະ​ສານ 158 ຢ່າງ​ທີ່​ກ່ຽວ​ຂ້ອງ​ເຖິງ​ວິ​ວັດ​ທະ​ນາ​ການ​​ກຳ​ນົດ, ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ທະ​ເລໝູ່​ເກາ​ະ​ຂອງ ຫວຽດ​ນາມ ແຕ່​ສະ​ຕະ​ວັດ​ທີ 17 ຫາ​ສະ​ຕະ​ວັດ​ທີ 20… ບັນ​ດາ​ແຜ​ນ​ທີ່ ແລະ ວັດ​ຖຸເອ​ກະ​ສານ​ໄດ້​ກຳ​ນົດ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ ເຈື່ອງ​ຊາ ແລະ ຮ່​ວາງ​ຊາ ແມ່ນບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້.

        ງານ​ວາງ​ສະ​ແດງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຊອ​ກ​ຮູ້​ບັນ​ດາ​ເອ​ກະ​ສານ​ລ​້ຳ​ຄ່າ​ກຳ​ນົດ​ອະ​ທິ​ປະ​ໄຕ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ປຸກ​ລຸກ​ນຳ​້​ໃຈ​ຮັກ​ຊາດ ແລະ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ.


ຂ່າວ/ບົດ​ອື່ນ