ການວາງແຜນກຳນົດສັງລວມເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງພັດທະນາແບບຍືນຍົງ

(VOVWORLD) -ທີ່ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບການວາງແຜນກຳນົດສັງລວມແລະ ພັດທະນາພື້ນຖານໂຄງລ່າງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໂດຍກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງໃນວັນທີ 26 ກັນຍາ ຢູ່ ນະຄອນ ເກີເທີ,
ການວາງແຜນກຳນົດສັງລວມເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງພັດທະນາແບບຍືນຍົງ - ảnh 1ທ່ານຫງວຽນຈິຢູງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ 

ບັນດານັກຄຸ້ມຄອງ, ນັກວິທະຍາສາດ ໄດ້ປະກອບຫລາຍຄຳເຫັນຢ່າງສຸດຈິດສຸດໃຈ, ຍົກອອກຫລາຍມາດຕະການລະອຽດກ່ຽວກັບບັນຫາຫັນປ່ຽນຮູບແບບພັດທະນາເສດຖະກິດສັງຄົມ, ຊົນລະປະທານ, ການຄຸ້ມຄອງແຫລ່ງນ້ຳ, ພັດທະນາກະສິກຳແບບຍືນຍົງ. ມີຜູ້ແທນຫລາຍທ່ານຖືວ່າ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາທຳອິດ ແລະ ສຳຄັນທີ່ສຸດ ແລະ ກໍ່ແມ່ນປະຖົມປັດໄຈໃຫ້ແກ່ທຸກມາດຕະການຕໍ່ໄປ ນັ້ນແມ່ນຕ້ອງສ້າງແຜນກຳນົດສັງລວມຢ່າງວ່ອງໄວ. ທ່ານ ຫງວຽນຈີຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເນັ້ນຫນັກວ່າ:

“ຕ້ອງອີງໃສ່ການຄົ້ນຄ້ວາສັງລວມ, ຕ້ອງຈັດສັນຄືນໃຫມ່ຢ່າງມີວິທະຍາສາດທີ່ສຸດ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດຢູ່ແຕ່ລະເຂດ, ພາກ ແລະ ເໝາະສົມກັບເງື່ອນໄຂການຜະລິດ ແລະ ລະດັບການຜະລິດ, ວັດທະນະທຳ, ຄວາມຊີນເຄີຍ, ຮີດຄອງປະເພນີຂອງແຕ່ລະເຂດ, ພາກ, ແຕ່ລະທ້ອງຖິ່ນ.”

ຕອບກັບ

ຂ່າວ/ບົດ​ອື່ນ