ການສຶກສາແລະບຳລຸງສ້າງແມ່ນພາລະກິດຂອງທົ່ວປວງຊົນ,ປະຕິບັດດີຈະໄດ້ຮັບຄວາມເຫັນດີເຫັນພ້ອມຂອງທົ່ວສັງຄົມ

ການສຶກສາແລະບຳລຸງສ້າງແມ່ນພາລະກິດຂອງທົ່ວປວງຊົນ,ປະຕິບັດດີຈະໄດ້ຮັບຄວາມເຫັນດີເຫັນພ້ອມຂອງທົ່ວສັງຄົມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິນ​ຢູງ ປະ​ທານ​ຄະ​ນະ​ກຳ
ມະ​ການ​ແຫ່ງ​ຊາດ​ປ​່ຽນ​ໃໝ່​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ
(ພາບ: VGP/NhatBac )

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 5/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິນ​ຢູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ປ​່ຽນ​ໃໝ່​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ປະ​ທານ​ສະ​ມາ​ຄົມ​ແຫ່ງ​ຊາດ​ການ​ສຶກ​ສາ ແລະ ພັດ​ທະ​ນາ​ຊັບ​ພະ​ຍານກອນ​ມະ​ນຸດ ເປັນ​ປະ​ທານກອງ​ປະ​ຊ​ຸມ​ຄະ​ນະ​ກຳ​ມະ​ການ ແລະ ສະ​ພາ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ແຫ່ງການ​ຜັນ​ຂະ​ຫຍາຍ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 11 ກ່ຽວ​ກັບ​ການ​ປ່ຽນ​ໃໝ່ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ກ່ຽວ​ກັບ​ລະ​ບົບ​ການ​ສຶກ​ສາແຫ່ງ​ຊາດ, ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​​ການປ່ຽນ​ໃໝ່​ໂຄງ​ການ, ປຶ້ມຫຼັກ​ສູດ ການ​ສຶກ​ສາ​ສາ​ມັນໂດຍ​ພື້ນ​ຖານ, ຮອບ​ດ້ານ​, ກ່ຽວ​ກັບ​​ວຽກ​ງານ​ຈັດ​ຕັ້ງ​ການ​ເສັງ​ມັດ​ທະ​ຍົມ​ຕອນ​ປາຍ​ແຫ່ງ​ຊາດ ປີ 2015 ແລະ ​ລະ​ດັບການ​ສຶກ​ສາແຫ່ງ​ຊາດ. ສະຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິນ​ຢູງ ຢັ້ງ​ຢືນ​ວ່າ: ກອງ​ປະ​ຊຸມ​ ເພື່ອ​ແນ​ໃສ່​ປຸກ​ລະ​ດົມ​ການ​ປະ​ກອບ​ສ່ວນ, ໃຫ້​ຄຳປຶກ​ສາ​ຂອງ​ບັນ​ດາ​ນັກ​ຄຸ​້ມ​ຄອງ, ນັກ​ວິ​ທະ​ຍາ​ສາດ ເພື່ອ​ຍົກ​ອອກຂໍ້​ຕົກ​ລົງ​ທີ່​ຖືກ​ຕ້ອງ​ສຳ​ລັບ​ພາ​ລະ​ກິດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ຈິດ​ໃຈ​ມະ​ຕິ​ຂອງ​ພັກ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ ບຳ​ລຸງ​ສ້າງ​ຂອງ​ປະ​ເທດ​ຊາດ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ ແລະ ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

 

 

 

ຂ່າວ/ບົດ​ອື່ນ