ການ​ສົ່ງ​ອອກ​ - ນຳ​ເຂົ້າ ປີ 2022 ອາດ​ຈະ​ລື່ນ​ກາຍ​ຕົວ​ເລກ 700 ຕື້ USD

(VOVWORLD) - ສະເພາະເດືອນ ສິງຫາ 2022, ວົງເງິນສົ່ງອອກຂອງຫວຽດນາມ ແມ່ນ 3,86 ຕື້ USD, ນຳວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໃນ 8 ເດືອນຜ່ານມາເພີ່ມຂຶ້ນ 5,49 ຕື້ USD.
ການ​ສົ່ງ​ອອກ​ - ນຳ​ເຂົ້າ ປີ 2022 ອາດ​ຈະ​ລື່ນ​ກາຍ​ຕົວ​ເລກ 700 ຕື້ USD - ảnh 1(ພາບປະກອບ: congthuong.vn)

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ  8 ເດືອນຕົ້ນປີ 2022, ວົງເງິນນຳເຂົ້າ - ສົ່ງອອກສິນຄ້າຂອງທົ່ວປະເທດບັນລຸ 252,6 ຕື້ USD, ເພີ່ມຂຶ້ນກວ່າ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ພິເສດມີຫຼາຍໝວດສິນຄ້າຫຼັກແຫຼ່ງ ແມ່ນຢັ້ງຢືນມີລະດັບການເຕີບໂຕສູງ.

        ສະເພາະເດືອນ ສິງຫາ 2022, ວົງເງິນສົ່ງອອກຂອງຫວຽດນາມ ແມ່ນ 3,86 ຕື້ USD, ນຳວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໃນ 8 ເດືອນຜ່ານມາເພີ່ມຂຶ້ນ 5,49 ຕື້ USD. ຕາມການຄາດຄະເນຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ດ້ວຍລະດັບການເຕີບໂຕທີ່ໜ້າປະທັບໃຈໃນໄລຍະຜ່ານມາ, ວົງການສົ່ງອອກ, ນຳເຂົ້າສິນຄ້າຂອງທັງປີ 2022 ອາດຈະບັນລຸລືນກາຍ 700 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ