ການສົ່ງອອກນຳເຂົ້າໄລ່ຮອດເດືອນ ກໍລະກົດ ຂອງ ຫວຽດນາມ ເພີ່ມຂຶ້ນກວ່າ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024

(VOVWORLD) - ຍອດມູນຄ່າສົ່ງອອກ - ນຳເຂົ້າສິນຄ້າຂອງ ຫວຽດນາມ ໃນໄຕມາດທີ 1 ເດືອນ ກໍລະກົດ 2025 (ແຕ່ວັນທີ 01 – 15 ກໍລະກົດ), ບັນລຸກວ່າ 38,21 ຕື້ USD.
ການສົ່ງອອກນຳເຂົ້າໄລ່ຮອດເດືອນ ກໍລະກົດ ຂອງ ຫວຽດນາມ ເພີ່ມຂຶ້ນກວ່າ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 - ảnh 1ມີບາງໝວດສິນຄ້າໄດ້ເພີ່ມຂຶ້ນ, ຄື: ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ, ເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່…
(ພາບ: customs.gov.vn)

ຕາມຕົວເລກສະຖິຕິໃນເບື້ອງຕົ້ນຫຼ້າສຸດຂອງກົມພາສີ (ກະຊວງການເງິນ ຫວຽດນາມ), ຍອດມູນຄ່າສົ່ງອອກ - ນຳເຂົ້າສິນຄ້າຂອງ ຫວຽດນາມ ໃນໄຕມາດທີ 1 ເດືອນ ກໍລະກົດ 2025 (ແຕ່ວັນທີ 01 – 15 ກໍລະກົດ), ບັນລຸກວ່າ 38,21 ຕື້ USD. ໝາກຜົນດັ່ງກ່າວໄດ້ຍົກຍອດມູນຄ່າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ນັບແຕ່ຕົ້ນປີຮອດວັນທີ 15 ກໍລະກົດ ບັນລຸ 470,63 ຕື້ USD, ເພີ່ມຂຶ້ນ 16,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າສົ່ງອອກຂອງວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸກວ່າ 329 ຕື້ USD.

ກ່ຽວກັບການສົ່ງອອກ, ໄລ່ຮອດວັນທີ 15 ກໍລະກົດ, ຍອດມູນຄ່າສົ່ງອອກຂອງ ຫວຽດນາມ ບັນລຸກວ່າ 239 ຕື້ USD, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ກົງກັນຂ້າມ, ມູນຄ່ານຳເຂົ້າສິນຄ້າໃນທົ່ວປະເທດໄລ່ຮອດວັນທີ 15 ກໍລະກົດ ບັນລຸ 231,4 ຕື້ USD, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ມີບາງໝວດສິນຄ້າໄດ້ເພີ່ມຂຶ້ນ, ຄື: ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ, ເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່…

ສະນັ້ນ, ນັບແຕ່ຕົ້ນປີມາຮອດວັນທີ 15 ກໍລະກົດ, ສ່ວນເກີນດຸ່ນການຄ້າສິນຄ້າແມ່ນ 7,74 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ