ການສົ່ງອອກປາຈາມຸ່ງໄປເຖິງຄາດໝາຍບັນລຸ 2,4 ຕື້ USD

(VOVWORLD) -       ນັບແຕ່ຕົ້ນປີ 2019, ລາຄາປາຈາສົ່ງອອກຂອງຫວຽດນາມ ເຖິງວ່າຫຼຸດລົງໜ້ອຍໜຶ່ງກໍ່ຕາມ, ແຕ່ຍັງຮັກສາຢູ່ໃນລະດັບສູງ ເພື່ອຮັບປະກັນໃຫ້ຜູ້ລ້ຽງປາຈາມີຜົນກຳໄລ.

ການສົ່ງອອກປາຈາມຸ່ງໄປເຖິງຄາດໝາຍບັນລຸ 2,4 ຕື້ USD - ảnh 1ການສົ່ງອອກປາຈາມຸ່ງໄປເຖິງຄາດໝາຍບັນລຸ 2,4 ຕື້ USD

(ພາບປະກອບ: Saigononline)

ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ຖືວ່າ, ພາຍຫຼັງໄລຍະທີ່ປະສົບກັບຄວາມຫຍຸ້ງຍາກໃນການສົ່ງອອກ, ປາຈາຂອງ ຫວຽດນາມ ພວມກັບຄືນສູ່ທ່າດີ ເມື່ອຜູ້ລ້ຽງປາຈາໄດ້ຮັບຜົນກຳໄລແຕ່ 8.000 – 14.000 ດົ່ງ/ກີໂລກຣາມ ໃນປີ 2018; ນີ້ໄດ້ຮັບຖືວ່າ ແມ່ນຜົນກຳໄລສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

        ຕາມທ່ານ ເຢືອງເຫງ້ຍກວັກ , ປະທານສະມາຄົມປາຈາຫວຽດນາມ ແລ້ວ, ຂະແໜງປາຈາ ໄດ້ມີບາດກ້າວບຸກທະລຸທາງດ້ານມູນຄ່າສົ່ງອອກ, ດ້ວຍເລື່ອງລື່ນກາຍຕົວເລກ 2,26 ຕື້ USD ໃນປີ 2018, ປະລິມານວັດຖຸດິບບັນລຸກວ່າ 1,3 ລ້ານໂຕນ. ດ້ວຍທ່າສະດວກນີ້, ຂະແໜງທີ່ມີບົດບາດໜ້າທີ່ໄດ້ວາງອອກຄາດໝາຍສົ່ງອອກປາຈາ ໃນປີ 2019 ພະຍາຍາມໃຫ້ບັນລຸໄດ້ປະມານ 2,4 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ