ການສົ່ງອອກສິນໃນນ້ຳຂອງຫວຽດນາມ ຈະຟື້ນຟູຢ່າງແຮງ

(VOVWORLD) -ຫວຽດນາມ ໄດ້ຮັບການຄາດຄະເນວ່າຈະສືບຕໍ່ເພີ່ມປະລິມານກຸ້ງໃນປີ 2021, ບັນລຸປະມານ 730.000 ໂຕນ, ເພີ່ມຂຶ້ນ 4%.
ການສົ່ງອອກສິນໃນນ້ຳຂອງຫວຽດນາມ ຈະຟື້ນຟູຢ່າງແຮງ - ảnh 1ຄາດຄະເນວ່າມູນຄ່າສົ່ງອອກສິນໃນນ້ຳຂອງຫວຽດນາມ ໃນປີ 2021 ຈະບັນລຸ 9,4 ຕື້ USD
(ພາບປະກອບ: TTXVN)

ຕາມບໍລິສັດຫຼັກຊັບທະນານຄານລົງທຶນ ແລະ ພັດທະນາ (BSC) ແລ້ວ, ປີ 2021 ຄວາມຕ້ອງການອຸປະໂພກຟື້ນຟູຢູ່ບັນດາຕະຫຼາດສົ່ງອອກ ຈະໜູນຊ່ວຍທ່າເຕີບໂຕບັນດາຜະລິດຕະພັນສິນໃນນ້ຳ. ພ້ອມກັນນັ້ນ, ບັນດາວິສາຫະກິດດຳເນີນທຸລະກິດສິນໃນນ້ຳຈະເພີ່ມທະວີການນຳເຂົ້າຄືນໃໝ່ ຍ້ອນການເຄື່ອນໄຫວຟື້ນຟູໃນຮອບເວລາເຄິ່ງທ້າຍປີ 2020 ແລະ 2021; ເພີ່ມສິນຄ້າເກັບຮັກສາໄວ້ໃນສາງເຊິ່ງເຄີຍຢູ່ໃນລະດັບຕ່ຳ.

        ບໍລິສັດຫຸ້ນສ່ວນຫຼັກຊັບ FPT (FPTS) ກໍຖືວ່າ, ຫວຽດນາມ ໄດ້ຮັບການຄາດຄະເນວ່າຈະສືບຕໍ່ເພີ່ມປະລິມານກຸ້ງໃນປີ 2021, ບັນລຸປະມານ 730.000 ໂຕນ, ເພີ່ມຂຶ້ນ 4%. ຍ້ອນເຫດນັ້ນ, ແຫຼ່ງກຸ້ງທີ່ສະໜອງເປັນປົກກະຕິຈະແມ່ນທ່າແຮງໃຫ້ແກ່ບັນດາວິສາຫະກິດສົ່ງອອກກຸ້ງຂອງຫວຽດນາມ ສືບຕໍ່ເພີ່ມອັດຕາສ່ວນຢູ່ບັນດາຕະຫຼາດສົ່ງອອກ. ສຳລັບປາຈາ, ປະລິມານປາຈາລ້ຽງຢູ່ຫວຽດນາມ ກໍ່ໄດ້ຮັບການຄາດຄະເນວ່າຈະສືບຕໍ່ເພີ່ມຂຶ້ນ. ຕາມການຄາດຄະເນຂອງສະຫະສະມາຄົມສິນໃນນ້ຳຫວຽດນາມ (VASEP) ແລ້ວ, ມູນຄ່າສົ່ງອອກສິນໃນນ້ຳຂອງຫວຽດນາມ ໃນປີ 2021 ຈະບັນລຸ 9,4 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ