ການສົ່ງ​ອອກ​ສິນ​ໃນ​ນ້ຳ​ລື່​ນ​ກາຍ​ຄາດ​ໝາຍ 10 ຕື້ USD

(VOVWORLD) -11 ເດືອນຂອງປີ 2022 ນີ້, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 10,14 ຕື້ USD, ເພີ່ມຂຶ້ນ 27%, ໃນນັ້ນ ການສົ່ງອອກປາຈາ ບັນລຸ 2,2 ຕື້ USD, ການສົ່ງອອກກຸ້ງບັນລຸ 4,1 ຕື້ USD, ເພີ່ມຂຶ້ນ 14,6%.
ການສົ່ງ​ອອກ​ສິນ​ໃນ​ນ້ຳ​ລື່​ນ​ກາຍ​ຄາດ​ໝາຍ 10 ຕື້ USD - ảnh 1(ພາບປະກອບ: VOV)

ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: 11 ເດືອນຂອງປີ 2022 ນີ້, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 10,14 ຕື້ USD, ເພີ່ມຂຶ້ນ 27%, ໃນນັ້ນ ການສົ່ງອອກປາຈາ ບັນລຸ 2,2 ຕື້ USD, ການສົ່ງອອກກຸ້ງບັນລຸ 4,1 ຕື້ USD, ເພີ່ມຂຶ້ນ 14,6%.

        ມູນຄ່າການສົ່ງອອກປາຈາເພີ່ມຂຶ້ນຢ່າງແຮງ ຍ້ອນລາຄາສະເລ່ຍສົ່ງອອກເພີ່ມຂຶ້ນສະເລ່ຍ 50% ເມື່ອທຽບໃສ່ປີ 2021. ການສົ່ງອອກປາຈາກໍເພີ່ມອັດຕາສ່ວນ ຍ້ອນແຫຼ່ງສະໜອງປາຊີ້ນຂາວໃນໂລກມີຈຳກັດ.

        ສຳລັບການສົ່ງອອກກຸ້ງ ໄລ່ລວມແລ້ວ ຍັງມີການເຕີບໂຕດີ ຍ້ອນຜົນການເຕີບໂຕຢ່າງແຮງໃນ 6 ເດືອນຕົ້ນປີ. ໃນຂະນະນັ້ນ, ການສົ່ງອອກປາທູນາ ແນ່ນອນວ່າຈະບັນລຸລະດັບສະຖິຕິ 1 ຕື້ USD ໃນປີ 2022. ບັນດາຜະລິດຕະພັນຄື ປາມຶກ, ປາມຶກຍັກ ລ້ວນແຕ່ມີການເຕີບໂຕເປັນຢ່າງດີ…   

 


ຕອບກັບ

ຂ່າວ/ບົດ​ອື່ນ