ການສົ່ງອອກໃນ4 ເດືອນຕົ້ນປີ 2012 ຄາດວ່າບັນລຸ 33,4 ຕື້ USD

ການສົ່ງອອກໃນ4 ເດືອນຕົ້ນປີ 2012 ຄາດວ່າບັນລຸ 33,4 ຕື້ USD - ảnh 1
( ພາບປະກອບ )

( vovworld ) –   ຕາມ​ຕົວ​ເລກ​ຂອງ​ກົມ​ໃຫຍ່ສະຖິຕິ​ແລ້ວ, ​ໃນ 4 ​ເດືອນ​ຕົ້ນ​ປີ 2012, ​ເສດຖະກິດ​ມະຫາ​ພາກ​​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົ​ມຄວນ,​ ການຂາດດູ​ນການ​ຄ້າ​ກໍ​ຫຼຸດ​ລົງ​. ​ໃນ 4 ​ເດືອນ​ຕົ້ນ​ປີ 2012, ວົງ​​ເງິນ​ສົ່ງ​ອອກ​ສິນຄ້າ​ບັນລຸ​ກວ່າ 33 ຕື້ USD, ​ເພີ່ມ​ຂຶ້ນ​ສູງ​ພໍ​ສົມ​ຄວມ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ນັບ​ທັງ​ 2 ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ​ພາກສ່ວນ​ທີ່​ມີ​ທຶນ​ຂອງ​ຕ່າງປະ​ເທດ​ບັນລຸສູງ​ກ່ວາ​ພາກສ່ວນ​ເສດຖະກິດ​ພາຍໃນ​​ປະ​ເທດ​ກ່ຽວ​ກັບ​ວົງ​ເງິນ​ການ​ຄ້າ ​ແລະ ລະດັບການຈະ​ເລີ​ນ​ເຕີບ​ໂຕ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​​​ມີສິນຄ້າ​ສົ່ງ​ອອກ 10 ປະ​ເພດ​ບັນ​ລຸ​ໄດ້ກວ່າ​ 1 ຕື້ USD, ​ເພີ່ມ​ຂຶ້ນ 4 ປະ​ເພດເມື່ອ​ທຽບ​ໃສ່​ໄລຍະ​ປີ 2011. ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ, ສະ​ເພາະແຕ່ 3 ​ເດືອນ​ຜ່ານ​ມາ ​ໄດ້​ມີ 12 ຕະຫຼາດ​ບັນລຸ​ກວ່າ 500 ຕື້ USD, ​ໃນ​ນັ້ນ​ມີຕະຫຼາດ 4 ​ແຫ່ງບັນລຸ​ກ່ວາ 1 ຕື້ USD ​ແມ່ນ ອາ​ເມ​ລິ​ກາ, ຍີ່ປຸ່ນ, ຈີນ ​ແລະ ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ