ການສົ່ງອອກໝາກນ້ຳນົມ ລໍ່ແຣ່ນກິມຫວູ ງວດທຳອິດ ໄປຍັງ ອາເມລິກາ

(VOVWORLD) - ອົງການກວດພະຍາດສັດພືດ ອາເມລິກາ ມີເອກະສານທາງການອະນຸຍາດໃຫ້ ຫວຽດນາມ ສົ່ງອອກໄປຍັງປະເທດນີ້ໃນເດືອນ ກັນຍາ 2017.
ການສົ່ງອອກໝາກນ້ຳນົມ ລໍ່ແຣ່ນກິມຫວູ ງວດທຳອິດ ໄປຍັງ ອາເມລິກາ - ảnh 1 ໝາກນ້ຳນົມ ລໍໍ່ແຣ່ນ ຂອງ ຫວຽດນາມ

ວັນທີ 26 ທັນວາ, ຢູ່ນະຄອນ ໝີທໍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຕ່ຽນຢາງ ຈັດຕັ້ງພິທີປະກາດສົ່ງອອກໝາກນ້ຳນົມ ຫວຽດນາມ ງວດທຳອິດໄປຍັງ ຕະຫຼາດ ອາເມລິກາ. ນີ້ແມ່ນໝາກຜົນພາຍຫຼັງການເຈລະຈາເປັນເວລາ 10 ປີ, ການສົ່ງເສີມບັນດາລະບຽບການ, ອົງການກວດພະຍາດສັດພືດ ອາເມລິກາ ມີເອກະສານທາງການອະນຸຍາດໃຫ້ ຫວຽດນາມ ສົ່ງອອກໄປຍັງປະເທດນີ້ໃນເດືອນ ກັນຍາ 2017.

        ບໍລິສັດຜະລິດ ແລະ ການຄ້າ ກາດເຕື່ອງ ຈຳກັດ ແມ່ນວິສາຫະກິດ ໄດ້ເລືອກເຟັ້ນສົ່ງອອກໝາກນ້ຳນົມງວດທຳອິດໄປຍັງ ອາເມລິກາ. ຫວຽດນາມ ກໍ່ແມ່ນປະເທດທຳອິດ ແລະ ເປັນປະເທດໜຶ່ງດຽວທີ່ຮັບໃບອະນຸຍາດສົ່ງອອກໝາກນ້ຳນົມສົດໄປຍັງຕະຫຼາດ ອາເມລິກາ ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ