ການ​ສົນ​ທະ​ນາ​ຂັ້ນ​ສຸງ​ກ່ຽວ​ກັບ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຢູ່ Praha

(VOVWORLD) -ໃນລະຫວ່າງວັນທີ 13 – 14 ມິຖຸນາ, ຢູ່ນະຄອນຫຼວງ Praha, ກະຊວງການຕ່າງປະເທດ ສ.ເຊັກໂກ ໄດ້ຈັດ “ກອງປະຊຸມສົນທະນາຂັ້ນສູງ ກ່ຽວກັບມະຫາສະໝຸດອິນເດຍ  - ປາຊີຟິກ” ດ້ວຍການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ Jan Lipavsky. 
ການ​ສົນ​ທະ​ນາ​ຂັ້ນ​ສຸງ​ກ່ຽວ​ກັບ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຢູ່ Praha - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສົນທະນາ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຜູ້ແທນຂັ້ນສູງ ສະຫະພາບເອີຣົບ (EU) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ,  ທ່ານ Joseph Borrell ພ້ອມດ້ວຍຜູ້ແທນກວ່າ 120 ຄົນ ທີ່ເປັນນັກການທູດ, ນັກການເມືອງ, ນັກຮຽນຮູ້ ແມ່ນຜູ້ຕາງໜ້າຈາກບັນດາປະເທດໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຖ໊າຍຊວນຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ເປັນຫົວໜ້າຄະນະ.

        ກອງປະຊຸມສົນທະນາ ດັ່ງກ່າວແມ່ນເພື່ອແນໃສ່ຍຸດທະສາດຮ່ວມມືຂອງ ອີຢູ ຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ; ຜ່ານນັ້ນ, ອີຢູ ແລະ ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ພ້ອມກັນຮັບຟັງກ່ຽວກັບຄວາມວິຕົກກັງວົນ, ສິ່ງທ້າທາຍສຳລັບທັງສອງຝ່າຍ ແລະ ພ້ອມກັນຊອກຮູ້ບັນດາຄວາມມານະພະຍາຍາມເພື່ອແກ້ໄຂ. ໃນໄລຍະເຮັດວຽກ 2 ວັນ, ບັນດາຜູ້ແທນໄດ້ສຸມໃສ່ຫົວຂໍ້ຕົ້ນຕໍຄື: ສິ່ງທ້າທາຍ ແລະ ກາລະໂອກາດສຳລັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ; ການໜູນຊ່ວຍໃນຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ; ໂຄງສ້າງຄວາມໝັ້ນຄົງ ມະຫາສະໝຸດອິນເດຍ - ປາຊີຟິກ ໃນວັນນີ້; ການຕ້ານຢັນກ່ຽວກັບເສດຖະກິດ ແມ່ນບຸລິມະສິດແຖວໜ້າ; ການເຊື່ອມຕໍ່ໃນມະຫາສະໝຸດອິນເດຍ - ປາຊີຟິກ ແບບຍືນຍົງ. ຫົວຂໍ້ສຸດທ້າຍແມ່ນ “ຄວາມສ່ຽງລວມສຳລັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ອີງຕາມລະບຽບກົດໝາຍ”. ນີ້ກໍແມ່ນຫົວຂໍ້ທີ່ມີການເຂົ້າຮ່ວມຂອງຜູ້ແທນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ