ການສົນທະນາຄັ້ງທີ 3 ລະຫວ່າງຫວຽດນາມ - ເຢຍລະມັນ

ການສົນທະນາຄັ້ງທີ 3 ລະຫວ່າງຫວຽດນາມ - ເຢຍລະມັນ - ảnh 1
ການ​ສົນທະນາຄັ້ງ​ທີ 3 ລະຫວ່າງ​ຫວຽດນາມ - ​ເຢຍລະ​ມັນ
(ພາບ: dangcongsan.vn)


(vovworld) -  ການສົນທະນາ​ຄັ້ງ​ທີ 3 ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາທິປະ​ໄຕ​ສັງຄົມ​ເຢຍລະ​ມັນ ສືບ​ຕໍ່​ດຳ​ເນີນ​ໄປ​​ໃນ​ຕອນ​ເຊົ້າ​ວັນ​ທີ 11/05, ຢູ່​ຮ່າ​ໂນ້ຍ, ດ້ວຍ​ບັນດາ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ເນື້ອ​ໃນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທີ່​ການ​ສົນທະນາາ​ຄັ້ງ​ທີ 3 ນີ້, 2 ຝ່າຍ​ໄດ້​ເຕື້ອງ​ເຖິງ​ບັນດາ​ຄວາມ​ປອດ​ໄພ​ທາງ​ສັນ​ຄົມ ​ແລະ ປະກັນ​ສັງຄົມ, ມຸ່ງ​ໄປ​ສູ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຢູ່​ທັງ 2 ປະ​ເທດ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ໂຄງການ​ດຳ​ເນີນ​ງານ​ຄັ້ງ​ນີ້​ແມ່ນ​ການ​ຮັກ​ສາລະ​ດັບ​ໃຫ້​ຜູ້​ອອກ​ພັກ​ກິນ​ເບ້ຍ​ບຳນານ ​ແລະ ສະກັດ​ກັ້ນ​ການ​ຕົກ​ເຂົ້າ​ສູ່​ສະພາບ​ທຸ​ກຍາກ​ເມື່ອ​ມີ​ອາຍຸ​ສູງ. ທ່ານ Anton Schaaf. ສະມາຊິ​ກລັດຖະສະພາສະຫະພັນ​ເຢນລະ​ມັນ, ສະມາຊິກ​ກຳມະການ​ຄະນະ​ກຳມະການແຮງ​ງານ ​ແລະ ສັງຄົມ ຖື​ວ່າ; ບັນດາ​ຜູ້ອອກ​ພັກ​ກິນ​ເບ້ຍ​ບຳນານ​ຢູ່​ເຢນລະ​ມັນ ​ແລະ ຫວຽດນາມ ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ໃນ​ສະພາບ​ການ​ຄື​ປະຈຸ​ບັນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ຈຸດໝາຍ​ຂອງ​ທັງ 2 ປະ​ເທດ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​​ເລື່ອງ​ຮັບປະກັນ​ລະດັບ​ຄອງ​ຊີບໃຫ້​ແກ່​ຄົນ​ງານ​​ເມື່ອພັກ​ກິນ​ເບ້ຍ​ບຳນານ.
ຂ່າວ/ບົດ​ອື່ນ