ການສົນທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ

ການສົນທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ - ảnh 1
(ພາບ​ປະ​ກອບ: AFP)

(vovworld) - ວັນ​ທີ 04/12, ຢູ່​ໂຕ​ກ​ຽວ, ປະ​ເທດ​ຍີ່​ປຸ່ນ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນ​າມ ໂຮ່​ຊວນ​ເຊີ​ນ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Shinsuke Sugiyama ໄດ້​ດຳ​ເນີນ​ການ​​ສົນ​ທະ​ນາ​ຄູ່​​ຮ່ວມ​ມືຍຸດ​ທະ​ສາດ​ຫວຽດ​ນ​າມ - ຍີ່​ປຸ່ນ ຄັ້ງ​ທີ 6. 2 ຝ່າຍ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ແຕ່​ລະ​ປະ​ເທດ, ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາ​ກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ແລະ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄ​ວາມ​​ໝັ້ນ​ຄົງ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດ​ີນ​ທະ​ເລ, ການ​ບິນ, ​ສອດ​ຄ່ອງກັບ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາ​ຂອ​ງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ເພື່ອ​ແນ​ໃສ່​ຮັກ​ສາ​ສັ​ນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. 2 ຝ່າຍ​ເຫັນ​ດີ​ນຳ​ກັນ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ສົມ​ທົບ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ.

      ເນື່ອງ​ໃນ​ໂອ​ກາດນ​ີ້, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໂຮ່​ຊວນ​ເຊີ​ນ ກໍ​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Masakazu Hamachi. 2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ຍີ່​ປຸ່ນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວ​າງ. 2 ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ​ຍິ່ງກວ່າອ​ີກ.

ຂ່າວ/ບົດ​ອື່ນ