ການສົນທະນານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 8
(VOVWORLD) - ທ່ານພົນໂທ ຮວ່າງຊວັນຈຽນ ສະເໜີໃຫ້ ຫວຽດນາມ ແລະ ອົດສະຕາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຜັນຂະຫຍາຍບາງເນື້ອໃນຢ່າງມີປະສິດທິຜົນ, ເຊັ່ນ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮ່ວມມືລະຫວ່າງບັນດາເຫຼົ່າທັບເຫຼົ່າຮົບ, ເສນາຮັກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ, ຄຸ້ມຄອງຊາຍແດນ; ຜັນຂະຫຍາຍຂໍ້ຕົກລົງູຄູ່ຮ່ວມມືຮັກສາສັນຕິພາບ; ສົມທົບກັນໃນບັນດາເຄື່ອນໄຫວຫຼາຍຝ່າຍ.
ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມອບດອກໄມ້ຕ້ອນຮັບທ່ານ Hugh Jeffrey, ຮອງເລຂາທິການໃຫຍ່ດ້ານປ້ອງກັນຊາດ ອົດສະຕາລີ (ພາບ: qdnd.vn) |
ຕອນເຊົ້າວັນທີ 12 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ (ຮ່າໂນ້ຍ), ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Hugh Jeffrey, ຮອງເລຂາທິການໃຫຍ່ດ້ານປ້ອງກັນຊາດ ອົດສະຕາລີ ໄດ້ເປັນປະທານການສົນທະນານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 8. ຢູ່ທີ່ນີ້, ທ່ານພົນໂທ ຮວ່າງຊວັນຈຽນ ສະເໜີໃຫ້ ຫວຽດນາມ ແລະ ອົດສະຕາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຜັນຂະຫຍາຍບາງເນື້ອໃນຢ່າງມີປະສິດທິຜົນ, ເຊັ່ນ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮ່ວມມືລະຫວ່າງບັນດາເຫຼົ່າທັບເຫຼົ່າຮົບ, ເສນາຮັກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ, ຄຸ້ມຄອງຊາຍແດນ; ຜັນຂະຫຍາຍຂໍ້ຕົກລົງູຄູ່ຮ່ວມມືຮັກສາສັນຕິພາບ; ສົມທົບກັນໃນບັນດາເຄື່ອນໄຫວຫຼາຍຝ່າຍ.
ທ່ານຮອງເລຂາທິການໃຫຍ່ດ້ານປ້ອງກັນຊາດ ອົດສະຕາລີ Hugh Jeffrey ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຊອກຮູ້ຫຼາຍຮູບແບບ, ຂົງເຂດທີ່ເໝາະສົມເພື່ອເປີດກວ້າງການຮ່ວມມືຢ່າງແໜ້ນແຟ້ນດ້ານປ້ອງກັນຊາດໃນໄລຍະຈະມາເຖິງຫຼາຍກວ່າອີກ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Hugh Jeffrey ຖືວ່າ ຕ້ອງຮັກສາການເຄົາລົບອະທິປະໄຕຂອງແຕ່ລະປະເທດ, ກົດໝາຍສາກົນ ແລະ ບັນດາຫຼັກການລວມ. ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນແຜນການຮ່ວມມືໄລຍະ 2025 – 2027.