ການສົນທະນາໂຕະມົນອາຊຽນຢູ່ການາດາ

(VOVWORLD)-ວັນທີ 09 ພຶດສະພາ, ຢູ່ນະຄອນຫຼວງ Ottawa ຂອງການາດາ ໄດ້ດຳເນີນກອງປະຊຸມສົນທະນາໂຕະມົນອາຊຽນ ເພື່ອແນໃສ່ຫວນຄືນໄລຍະທາງ 50 ປີແຫ່ງການພັດທະນາຂອງອາຊຽນ ແລະ 40 ປີແຫ່ງການພົວພັນອາຊຽນ - ການາດາ.

ການສົນທະນາໂຕະມົນອາຊຽນຢູ່ການາດາ - ảnh 1 ຜູ້ແທນເຂົ້າຮ່ວມການສົນທະນາ

(ພາບ: TTXVN)

ເຂົ້າຮ່ວມການສົນທະນາມີຜູ້ຕາງໜ້າສະຖານທູດບັນດາປະເທດອາຊຽນ, ສະຖານທູດຍີ່ປຸ່ນ ແລະ ບາງປະເທດເອີລົບ, ພ້ອມກັບຜູ້ຕາງໜ້າກະຊວງການຕ່າງປະເທດການາດາ.

        ທີ່ການສົນທະນາ, ໃນບົດບາດເປັນປະທານຄະນະກຳມະການອາຊຽນ ຢູ່ Ottawa, ທ່ານເອກອັກຄະລັດຖະທູດມຽນມາ Kyaw Myo Htut ໄດ້ຍົກອອກ 2 ຂີດໝາຍສຳຄັນສຳລັບອາຊຽນ ແລະ ການພົວພັນຄູ່ຮ່ວມເຈລະຈາ, ອາຊຽນ - ການາດາ ໃນປີ 2017. ທ່ານສະແດງຄວາມເຊື່ອໝັ້ນວ່າ ການາດາ ແລະ ອາຊຽນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນຊຸມປີຈະມາເຖິງ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອສັນຕິພາບ ແລະ ວັດທະນາຖາວອນລວມ.

        ການສົນທະນາໂຕະມົນອາຊຽນ ໂດຍສະຖານທູດຟິລິບປີນ ປະຈຳການາດາ ຈັດຕັ້ງ. ປະຈຸບັນ, ຟິລິບປີນ ພວມແມ່ນປະທານໝູນວຽນ ອາຊຽນ ໃນປີ 2017 ແລະ ແມ່ນປະເທດປະສານງານການພົວພັນລະຫວ່າງອາຊຽນ - ການາດາ ຮອດປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ