ການສະແດງຂັບ Xoan ບູຮານຢູ່ແຂວງ Phu Tho

ການສະແດງຂັບ Xoan ບູຮານຢູ່ແຂວງ Phu Tho - ảnh 1
ພາບປະກອບ

( vovworld ) ​​​​ຕອນ​ຄ່ຳວັນ​ທີ 25/3, ຢູ່ຫໍ​ບູຊາ Lai Len ຊື່​ງ​ແມ່ນ​ບ່ອນ​​ໃຫ້ກຳ​ເນີ​ດຂັບ Xoan ທີ່​ຕາ​ແສງ Kim Duc, ນະຄອນ Viet Tri, ​ແຂວງ Phu Tho ​ໄດ້​ຈັດການ​ສະ​ແດງ​ຂັບ Xoan ບູຮານ. ນີ້​ແມ່ນການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ   ຊື່​ງນອນ​ໃນ​ຂອບ​ເຂດ​ງານ​ບຸນ​ໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ-​ງານ​ບຸນ​ວິຫານ​ຮຸ່ງ​ປີ 2012. ບັນດາ​ນັກສິລະ​ປະກອນ ​ໄດ້​ສະ​ແດງ 14 ລາຍການ​ພິ​ເສດ​ເປັນ​ເອກະລັກສະ​ເພາະ​​ໃນ​ທ່າມກາງ​ບັນຍາກາດ​ອັນ​ສັກສິດ​ຢູ່​ບໍລິ​ເວນ​ຂອງວິຫານ. ການ​ສະ​ແດງຂັບ Xoan ​ໄດ້​ຖືກຈັດຂຶ້ນ​ເປັນ​ປະຈຳ​ປີ ​ໃນ​ໂອກາດງານ​ບຸນ​ໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ-​ງານ​ບຸນ​ວິຫານ​ຮຸ່ງ, ການ​ເຄື​ອ່ນ​ໄຫວ​ນີ້ ຍີ່​ງມີ​ຄວາມ​ໝາຍ​ອັນ​ເລິກ​ເຊີ່ງ​ກ່ວາ​ອີກ ​ເພື່ອ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ສິລະ​ປະຂັບ Xoan ຫຼາຍກ່ວາ​ອີກ ຊື່​ງ​ແມ່ນ​ປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ “ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຄວນ​ຮັກສາ​ຢ່າງ​ຮີບ​ດ່ວນ​ຂອງ​ມວນ​ມະນຸດ“ ຈາກ​ອົງການ​ວັດທະນະທຳ, ວິທະຍາສາດ ​ແລະ​ ການ​ສຶກສາ​ສະຫະ​ປະຊາ​ຊາດ (UNESCO).

 

 

 

ຂ່າວ/ບົດ​ອື່ນ