ການສະແດງຊຸດເສື້ອຍາວຢູ່ Festival ເຫ້ວ 2018

(VOVWORLD) -ໃນຂອບເຂດ Festival ເຫ້ວ 2018, ຄ່ຳຄືນສະແດງຊຸດເສື້ອຍາວ “ເຫ້ວໃນສະໄໝຮຸ່ງເຮືອງເຫຼືອງເຫຼືອມ” ຖືກດຳເນີນໃນຕອນຄ່ຳວັນທີ 01 ພຶດສະພາ, ຢູ່ເວທີສະແດງ ເບຍກ໋ວກຫ້ອກ.
ການສະແດງຊຸດເສື້ອຍາວຢູ່ Festival ເຫ້ວ 2018 - ảnh 1 (ການສະແດງຊຸດເສື້ອຍາວຢູ່ Festival ເຫ້ວ 2018)

ລາຍການສະແດງແມ່ນຈຸດພົ້ນເດັ່ນຢູ່ Festival ເຫ້ວ ຄັ້ງທີ 10, ເຊິ່ງແມ່ນແຫ່ງເຕົ້າໂຮມບັນດານັກອອກແບບຊຸດເສື້ອຍາວທີ່ມີຊື່ສຽງໃນທົ່ວປະເທດ. “ເຫ້ວໃນສະໄໝຮຸ່ງເຮືອງເຫຼືອງເຫຼືອມ” ໄດ້ນຳເອົາຜູ້ຊົມກັບຄືນສູ່ສະໄໝກ່ອນເພື່ອຊອກຮູ້ປະຫວັດຄວາມເປັນມາ ແລະ ການພັດທະນາຂອງຊຸດເສື້ອຍາວຫວຽດນາມ ເວົ້າລວມ, ຊຸດເສື້ອຍາວທີ່ເປັນມູນເຊື້ອຂອງເຫ້ວ ເວົ້າສະເພາະ. ອ້າຍ, ໂງເຍິດຮຸຍ ນັກອອກແບບ ຊຸດເສື້ອຍາວ, ໃຫ້ຮູ້ວ່າ.

      “ຈຸດພົ້ນເດັ່ນຂອງບັນດາຊຸດສະສົມເຫຼົ່ານີ້ຂອງຂ້າພະເຈົ້າແມ່ນ ຮັກສາການອອກແບບຊຸດເສື້ອຍາວທີ່ເປັນມູນເຊື້ອ. ຂ້າພະເຈົ້າແມ່ນຊາວ ເຫ້ວ ແລະ ເຂົ້າໃຈໄດ້ຄຸນຄ່າຂອງເສື້ອຍາວຄືດັ່ງສີສັນຂອງເສື້ອຍາວເຫ້ວ ສະນັ້ນ, ເມື່ອອອກແບບເພື່ອກັບຄືນສະແດງຢູ່ບ້ານເກີດເມືອງນອນຂອງຕົນ, ຂ້າພະເຈົ້າຮັກສາແບບເສື້ອຍາວທີ່ເປັນມູນເຊື້ອໄວ້”.

      ແລະກໍ່ໃນວັນທີ 01 ພຶດສະພາ, ລາຍການງານບຸນຕາມທ້ອງຖະໜົນຫົນທາງທີ່ມີຊື່ວ່າ “ສີສັນວັດທະນະທຳ” ໄດ້ມີການສະແດງໂຊຊຸດທ້າຍຢູ່ Festival ເຫ້ວ ໂດຍມີການເຂົ້າຮ່ວມຂອງບັນດາຄະນະສິລະປະທີ່ມາຈາກຫຼາຍປະເທດໃນໂລກຄື ໂປໂລຍ, ສີລັງກາ, ຈີນ ແລະ ຫວຽດນາມ ທີ່ໄດ້ເຂົ້າຮ່ວມສະແດງການຮ້ອງລຳທຳເພງ, ວາດຟ້ອນທີ່ເປັນເອກະລັກສະເພາະທີ່ສຸດ. ນັກສີລະປິນ Nethmi Disanayyaka, ຂອງຄະນະ ສີລັງກາ, ໃຫ້ຮູ້ວ່າ.

      “ບັນດາລາຍການສະແດງນີ້ລ້ວນແຕ່ແມ່ນລາຍການທີ່ເປັນມູນເຊື້ອຂອງສີລັງກາ. ນີ້ແມ່ນຊຸດອາພອນປະເພນີຂອງພວກຂ້າພະເຈົ້າ ແລະ ພວກຂ້າພະເຈົ້າໄດ້ສະແດງບັນດາລາຍການກ່ຽວຂ້ອງເຖິງການເຫຼື້ອມໄສເຊື່ອຖື, ສາສະໜາຂອງຊາດ ສີລັງກາ.”

ຕອບກັບ

ຂ່າວ/ບົດ​ອື່ນ