ການສະແດງສິລະປະ ຕີຄ້ອງໄຕງວຽນຢູ່ ປາຣີ-ຝະລັ່ງ


ການສະແດງສິລະປະ ຕີຄ້ອງໄຕງວຽນຢູ່ ປາຣີ-ຝະລັ່ງ - ảnh 1

(ພາບ: thanhnien.com.vn)

(vovworld) –​ ​ການສະ​ແດງ​ສິລະ​ປະ​ລັ່ນຄ້ອງໄຕ​ງວຽນ ​ໄດ້​ຖືກ​ນຳ​ມາ​ວາ​ງະ​ແດງ​ບົນ​ຖະໜົນ​ປາຣີ ​ໃນ​ງານ Carnaval ​ເຂດ​ຮ້ອນ​ປີ 2014 ເປັນຄັ້ງທຳ​ອິດ. Carnaval ​ເຂດ​ຮ້ອນ​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ບົນ​ຖະໜົນ​ປະຈຳ​ປີ ​ໂດ​ຍສຳນັກງານ​ປົກຄອງ​ປາຣີ ຈັດ​ຕັ້ງຂຶ້ນ​ໃນ​ໂອກາດ​ລະດູ​ຮ້ອນ ຊື່​ງ​ໄດ້​ສ້າງບັນຍາກາດ​ທີ່​ຟົດ​ຟື້ນ​ໃນ​ເສັ້ນທາງ​ຍາວ​ກ່ວາ 3 ກມ ຢູ່​ໃຈກາງ​ນະຄອນຫຼວງ​ປາຣີ ​ແລະ​ ຈຸດ​ສຸມ​​ແມ່ນ​ສະໜາມ​ຫຼວງ Leon Blum ຢູ່​ເມື​ອງ 11, ປາຣີ. ປີ 2014 ນີ້​ມີ 44 ຄະນະ​ເຂົ້າຮ່ວມ Carnaval ​ເຂດ​ຮ້ອນ. ພິ​ເສດ, ນີ້​ແມ່ນ​ຄັ້ງທຳອິດ​ທີ່​ຫວຽດນາມ​ ​ເຂົ້າຮ່ວມ Carnaval ​ເຂດ​ຮ້ອນ​ດ້ວຍ​ການສະ​ແດງ​ລັ່ນຄ້ອງ​ໄຕ​ງວຽນ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​​ໄດ້​ສ້າງ​ບັນຍາກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ບົນ​ຖະໜົນ​ປາຣີ. ທ່ານ​ນາງ Anne Hidalgo ​ເຈົ້າຄອງ​ຄົນ​ໃໝ່​ຂອງ​ນະຄອນ​ປາຣີ ຢືນ​ຢັນ​ວ່າ: Carnaval ​ເຂດ​ຮ້ອນ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຊຸກຍູ້​ວັດທະນະທຳ​ຫຼາຍ​ຮູບ​ແບບ​ຂອງ​​ປະຊາ​ຄົມ​ທີ່​ດຳລົງ​ຊີວິດ ​ແລະ ສະໜິດ​ຕິດ​ພັນ​ຢູ່​ປາຣີ. ທ່ານ​ນາງ​ເຈົ້າຄອງ​ນະຄອນຫຼວງ​ປາຣີ ​ໄດ້​ຕີ​ລາຄາ​ສູງ​ການ​ເຊື່ອມ​ໂຍງ ​ແລະ ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ປາຣີ ​ເວົ້າລວມກໍ່​ຄື​ຢູ່​ປະ​ເທດ​ຝະລັ່ງ​ເວົ້າສະ​ເພາະ.

  ຫົວ​ເລື່ອງ​ຂອງ Carnaval ​ເຂດ​ຮ້ອນ​ປີ 2014​ ​ແມ່ນຮູບ​ເງົາ. ການ​ເຂົ້າຮ່ວມ​ຂອງ​ຄະນະ​ນັກ​ສິລະ​ປະກອນ​ຄ້ອງ​ໄຕ​ງວຽນ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ເພື່ອນ​ມິດ​ຝະລັ່ງ ​ແລະ ສາກົນ. ການ​ເຂົ້າຮ່ວມ​ພິ​ເສດສະ​ເພາະ​ນີ້ ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ແນະນຳ​ສິລະ​ປະ, ວັດທະນະທຳ, ຊາວ​ຫວຽດນາມ ກັບປະຊາ​ຊົນ​ປາຣີ ​ແລະ ​ແຂກ​ສາກົນ./.



ຂ່າວ/ບົດ​ອື່ນ