ການສະແດງສີລະປະແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກລະເບີດໝາກມິ່ນ ບໍ່ທັນແຕກພາຍຫຼັງສົງຄາມ

ການສະແດງສີລະປະແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກລະເບີດໝາກມິ່ນ ບໍ່ທັນແຕກພາຍຫຼັງສົງຄາມ - ảnh 1
ທີ່ການ​ພົບ​ປະ​ແລກ​ປ່ຽນ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ
​ຈາກລະ​ເບີດ​ໝາກ​ມິ່ນບໍ່​ທັນ​ແຕກພາຍຫຼັງ​ສົງຄາມ
( ພາບ: chinhphu.vn )


( vovworld ) – ​ເພື່ອ​ຕອບ​ສະໜອງ​ວັນ​ທົ່ວ​​ໂລກ​ປ້ອງ​ກັນ​ຕ້ານ​ລະ​ເບີດ​ໝາກ​ມິ່ນ ( 4/4 ), ຕອນ​ຄໍ່າວັນ​ທີ 2/4, ຢູ່​ໂຮງ​ນະຄອນ​ໃຫຍ່, ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ແຫ່​ງລັດ​ກ່ຽວ​ກັບ​ໂຄງການ​​ເຄື່ອນ​ໄຫວແຫ່ງ​ຊາດ​ເພື່ອ​​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ໝາກ​ມິ່ນບໍ່​ທັນ​ແຕກພາຍຫຼັງ​ສົງຄາມຢູ່​ຫວຽດນາມ ​ໄດ້​ຈັດ​ລາຍການການ​ພົບ​ປະ​ແລກ​ປ່ຽນ ​ແລະ ສະ​ແດງ​ສິ​ລະ​ປະດ້ວຍ​ຫົວ​ຂໍ້​ວ່າ “ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລະ​ເບີດ​ໝາກ​ມິ່ນບໍ່​ທັນ​ແຕກພາຍຫຼັງ​ສົງຄາມ ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ແກ​້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ໝາກ​ມິ່ນ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພ້ອມ​ກັບ​ການ​ລະດົມ​ທຸກ​ແຫຼ່ງກຳລັງ​ຈາກພາຍໃນ​ປະ​ເທດ, ຍາມ​ໃດລັດຖະບານ​ຫວຽດນາມ ກໍ​ຕີ​ລາຄາ​ສູງ ​ແລະ ປາດ​ຖະໜາ​ຢາກໄດ້​ຮັບ​ການ​ຮ່ວມ​ມື, ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ແລະ ການຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາ​ຄົມ​ໂລກ, ​ເພື່ອຊ່ວຍ​​ເຫຼືອຫວຽດນາມ ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ໝາກ​ມິ່ນບໍ່​ທັນ​ແຕກພາຍຫຼັງ​ສົງຄາມ. ທີ່​ພິທີ່, ຜູ້​​ຊົມ​ໄດ້​ແລກປ່ຽນ​ໂດຍ​ກົງ​ກັບ​ຜູ້​ປະສົມ​​ເຄາະຮ້າຍ​ໂດຍ​ກົງ​ຈາກ​ລະ​ເບີດ​ໝາກ​ມິ່ນ​ບໍ່​ທັນ​ແຕກພາຍຫຼັງ​ສົງຄາມ​. ​ເອື້ອຍ Nguyen Thi Bich Lien, ​ແຂກ​ເຂົ້າ​ຮ່ວມ​ລາຍການ​ໄດ້​ແບ່ງປັນ​ວ່າ.

 “ ພາຍຫຼັງ​ໄດ້​ຮັບ​ຟັງ​ເລື່ອງ​ລາວ​ຄວາມ​ຈິງຂອງ​ບັນດາ​ຜູ້​ປະສົບ​​ເຄາະ​ຮ້າຍຈາກ​ລະ​ເບີດໝາກ​ມິ່ນບໍ່​ທັນ​ແຕກພາຍ​ຫຼັງ​ສົງຄາມ, ຂ້າພະ​ເຈົ້າ​ມີ​ຄວາມ​ຕຶ້ນຕັນ​ໃຈ. ​ນັບ​ແຕ່​ໃດໆ​ມາ ບັນດາ​ລຸ້ນໜຸ່ມ​ຄື​ພວກ​ຂ້າພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ປະ​ຈັກ​ຕາ, ​ແລະ ບໍ່​ສາມາດ​ນຶກ​ເຫັນ​ຄວາມສູນເສຍຂອງ​ເຂົາ​ເຈົ້າ​ໄດ້​ໝົດ​ເທື່ອ ​”.

    ທີ່​ການ​ພົບ​ປະ​ແລກປ່ຽນ, ຄະນະ​ຈັດ​ຕັ້ງ​ໄດ້​ປຸກລະດົມ​ຂະ​ບວນການ “ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດ​ໝາກ​ມິ່ນບໍ່​ທັນ​ແຕກພາຍຫຼັງ​ສົງຄາມ​ໄລຍະ 2012 – 2015 ”, ພ້ອມ​ກັນ​ນັ້ນ​ກໍໄດ້​ຮຽກ​ຮ້ອງ​ໃຫ້ທຸກ​ແຫຼ່ງກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ພ້ອມກັນ​ປະກອບສ່ວນ.


ຂ່າວ/ບົດ​ອື່ນ