ການສຳມະນາກ່ຽວກັບຍຸດທະສາດ ເຕີບໂຕຂຽວຂອງ ຫວຽດນາມ

ການສຳມະນາກ່ຽວກັບຍຸດທະສາດ ເຕີບໂຕຂຽວຂອງ ຫວຽດນາມ - ảnh 1
( ພາບປະກອບ )

( vovworld ) - ​ໃນ​ຍຸດ​ທະ​ສາດ​​ເຕີບ​ໂຕຂຽວ ຫວຽ​ດນາມ ​ໄດ້​ວາງ​ອອກ​ຈຸດໝາຍ​ຮອດ​ປີ 2020, ຫຼຸດຜ່ອນ​ການ​ນຳ​ໃຊ້ພະລັງງານ​ຄິດ​ໄລ່​ຕາມ GDP ​ແຕ່ 2,5 – 3% ​ໃນ​ແຕ່ລະ​ປີ, ຫຼຸດ​ຜ່ອນລະດັບ​ມົນ​ລະ​ພິດ​​​ເຮືອນ​ແກ້ວ​ແຕ່ 10 – 15% ​ເມື່ອ​ທຽບ​ໃສ່​ລະ​ດັບຂອງ​ປີ 2010… ຂໍ້​ມູນ​ຂ່າວ​ນີ້​ໄດ້​ຖືກຍົກ​ອອກ​ມາ​ຢູ່​ທີ​ກອງ​ປະຊຸມນ​ສຳ​ມະ​ນາ “ ທາ​ບທາມ​ກ່ຽວ​ກັບ​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ຂອງ​ຫວຽດນາມ”, ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽ​ດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 19/3 ຢູ່​ທີ່​ຮ່າ​ໂນ້ຍ. ບັນດາ​ຜູ້​ຊ່ຽວຊານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຈຸດໝາຍ, ໜ້າ​ທີ່​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ຍຸດ​ທະ​ສາດ​ເຕີບ​ໂຕ​​ຂຽວ. ລະອຽດ​ແມ່ນ; ສົ່ງ​ເສີມ​ການ​ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ສິ່ງ​ແວດ​ລ້ອມຢ່າງ​ມີ​ປະສິດທິ​ຜົນ, ກ້າວ​ໄປ​ເຖິງ​ການ​ລົບ​ລ້າງ​ບັນດາ​ຂະ​ແໜງ​ນຳ​ໃຊ້​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ຢ່າງ​ຟຸມ​ເຟືອຍ, ກໍ່​ມົນ​ລະ​ພິ​ດຕໍ່​ສິ່ງ​ແວດ​ລ້ອມ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ເທ໋​ເຟືອງ, ​ເນັ້ນ​ໜັກ​ວ່າ.

“ ​ການ​ເຕີບ​ໂຕ​ຂຽວ​ຫຼື​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຂຽວ​ແມ່ນ​ຄວາມຈຳ​ເປັນ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ. ການ​ເຕີບ​ໂຕ​ຂຽວ​ແມ່ນ​ວິທີ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນຄົງ. ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພັດທະນາ​ນະ​ໂຍບາຍ, ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ສ້າງ​ແຫຼ່ງທຶນ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ມົນ​ລະ​ພິດ​ເຮືອນ​ແກ້ວ, ​ເພີ່ມອັດ​ຕາຂຽວ​ໃນ​ການເຕີບ​ໂຕ GDP ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຂຽວ. ກະຊວງ​ແຜນການ ​ແລະ ການ​ລົງທຶນພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຂອງ​ຍຸດ​ທະ​ສາດ ​ແລະ ຄາ​ດວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ໃນ​ເດືອນ 6/2012 ”.

ຫວຽດນາມ​ ສູ້ສົມ​ຮອດ​ປີ 2050, ພະລັງງານ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂຽວ​ຈະ​ຖືກນຳ​ໃຊ້​ຢ່າງ​ກວ້າງ​ຂວາງ.

ຂ່າວ/ບົດ​ອື່ນ