ການສຳຫຼວດປະຊາກອນ ແລະເຮືອນຢູ່ກາງສະໄໝ


ການສຳຫຼວດປະຊາກອນ ແລະເຮືອນຢູ່ກາງສະໄໝ - ảnh 1

ແຂວງ​ນາ​ມດິ້ງ​ຜັນ​ຂະຫຍາຍການ​ສຳ​ຫຼວດປະຊາກອນ ​ແລະ ​ເຮືອນ​ຢູ່

(ພາບ: baonamdinh.com.vn)

 (vovworld)- ​ ວັນ​ທີ 1/4, ກົມ​ໃຫ່ຍສະຖິຕິ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດປະຊາກອນ ​ແລະ ​ເຮືອນ​ຢູ່​ກາງ​ສະ​ໄໝ​ດ້ວຍຈຸດ​ປະສົງເພື່ອເກັບ​ກຳ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ປະຊາກອນ ​ແລະ ​ເຮືອນ​ຢູ່, ຮັບ​ໃຊ້​ໃຫ້​ແຫ່ການ​​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ບັນດາ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 2011-2015. ພ້ອມ​ກັນນັ້ນ, ນີ້​ກໍ່​ແມ່ນ​ພື້ນຖານ​ເພື່ອ​ສ້າງ​ແຜນການ​ຍຸດ​ທະ​ສາດ​ພັດທະນາ​ແຫ່​ງຊາດ ​ກ່ຽວ​ກັບປະຊາກອນ ​ແລະ ​ເຮືອນ​ຢູ່ຂອງ​​ໄລຍະ 2016-2020 ​ແລະ ກໍ່​ແມ່ນ​ຈຸດໝາຍ​ຕີ​ລາຄາ​ສະພາບການ​ປະຕິບັດຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ ສປຊ ຊື່​ງຫວຽດນາມ ​ໄດ້​ໃຫ້​ຄຳໝັ້ນສັນຍາ. ຜ່ານ​ການ​ສຳ​ຫຼວດປະຊາກອນ ​ແລະ ​ເຮືອນ​ຢູ່ຄັ້ງນີ້, ກົມ​ໃຫ່ຍສະຖິຕິຈະ​ສ້າງສາ​ງ​ຂໍ້​ມູນເອກະສານ​ເພື່ອນຳ​ໃຊ້​ໃນ​ການ​ວິ​ເຄາະ ​ແລະ ຄາດ​ຄະ​ເນ, ຄົ້ນຄ້ວາ​ເລິກ​ບັນດາ​ຫົວ​ເລື່ອງສະ​ເພາະຮັບ​ໃຊ້​ແຕ່ລະ​ຂົງ​ເຂດ​ຂອງ​ພື້ນຖານ​ເສດຖະກິດ. ທ່ານ​ຫງວຽນ​ບິ​ກ​ເລິມ, ຫົວໜ້າ​ກົມ​ໃຫ່ຍສະຖິຕິ (ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ) ​ໃຫ້​ຮູ້​ວ່າ:

   “​ການ​ສຳຫຼວດປະຊາກອນ ​ແລະ ​ເຮືອນ​ຢູ່​ຄັ້ງນີ້ມີ​ຂອບ​ເຂດ​ກ້ວາງຂວາງ​ທີ່​ສຸດ. ນີ້​ແມ່ນ​ການ​ສຳ​ຫຼວດທີ່​ເປັນ​ແບບຢ່າງ ຈະ​ຖືກ​ດຳ​ເນີນ​ຢູ່ 1,12 ລ້ານ​ຄອບ​ຄົວ​ໃນ​ທົ່ວ 63 ​ແຂວງ, ນະຄອນ. ນີ້​ແມ່ນ​ການ​ສຳຫຼວດທີ່​ມີ​ຂອບ​ຂະໜາດ​ໃຫ່ຍ, ຢູ່​ທັງ​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ, ສະນັ້ນ​ແມ່ນ​ການ​ສຳ​ຫຼວດທີ່​ສຳຄັນ. ການ​ສຳ​ຫຼວດກາງ​ສະ​ໄໝ​ຄັ້ງນີ້​ມີ​ຂອບ​ເຂດ, ​ເນື້ອ​ໃນ, ​ເປົ້າໝາຍ​ສຳ​ຫຼວດ, ຂໍ້​ມູນ​ຂ່າວ​ຄື​ກັນ​ກັບ​ການ​ສຳ​ຫຼວດປະ​ຊາກ​ອນທົ່ວ​ປະ​ເທດ“./.

ຕອບກັບ

ຂ່າວ/ບົດ​ອື່ນ