ການຮ່ວມມື ຫວຽດນາມ - ອີຕາລີ ກ່ຽວກັບການບຳລຸງສ້າງກຳລັງຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) - ບັນດາການເຄື່ອນໄຫວແລກປ່ຽນຂອງກະຊວງຕຳຫຼວດ ກັບບັນດາຄູ່ຮ່ວມມືຄື CoESPU, ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືບຳລຸງສ້າງ, ຝືກແອບກຳລັງຕຳຫຼວດຮັກສາສັນຕິພາບສະຫະປະຊາຊາດ.
ການຮ່ວມມື ຫວຽດນາມ - ອີຕາລີ ກ່ຽວກັບການບຳລຸງສ້າງກຳລັງຮັກສາສັນຕິພາບສະຫະປະຊາຊາດ - ảnh 1ທີ່ການເຮັດວຽກ
(ພາບ: ກົມຮັກສາສັນຕິພາບ ຫວຽດນາມ)

        ໃນຂອບເຂດການເຄື່ອນໄຫວຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ອີຕາລີ, ແຕ່ວັນທີ 21 – 23 ພຶດສະພາ, ຄະນະປະຕິບັດງານຂຶ້ນກັບສູນເພື່ອຄວາມກ້າວໜ້າຂອງຕຳຫຼວດ (CoESPU) ຂອງ ອີຕາລີ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບຫ້ອງການປະຈຳການກະຊວງຕຳຫຼວດ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ, ເພື່ອສົມທົບກັນໃນວຽກງານບຳລຸງສ້າງ, ຝຶກແອບບັນດານາຍຕຳຫຼວດຕາມມາດຖານສາກົນ.

        ໃນຂອບເຂດການໄປປະຕິບັດງານ, ບັນດານັກຊ່ຽວຊານມາຈາກ ອີຕາລີ ໄດ້ໄປຢ້ຽມຊົມ, ຕີລາຄາການເຄື່ອນໄຫວບຳລຸງສ້າງ ແລະ ຮາກຖານດ້ານວັດຖຸຮັບໃຊ້ວຽກງານບຳລຸງສ້າງ ແລະ ຝຶກແອບຂອງກຳລັງຕຳຫຼວດຮັກສາສັນຕິພາບສະຫະປະຊາຊາດ, ພ້ອມກັນນັ້ນ, ເຮັດວຽກກັບກົມກອງຕຳຫຼວດຮັກສາສັນຕິພາບເລກ 1 ກ່ຽວກັບວຽກງານກະກຽມ ແລະ ຝຶກແອບກ່ອນການຜັນຂະຫຍາຍ.

        ບັນດາການເຄື່ອນໄຫວແລກປ່ຽນຂອງກະຊວງຕຳຫຼວດ ກັບບັນດາຄູ່ຮ່ວມມືຄື CoESPU, ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືບຳລຸງສ້າງ, ຝືກແອບກຳລັງຕຳຫຼວດຮັກສາສັນຕິພາບສະຫະປະຊາຊາດ. ພ້ອມກັນນັ້ນ, ຢືນຢັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນເລື່ອງຕັ້ງໜ້າເຂົ້າຮ່ວມ, ມີປະສິດທິຜົນ ແລະ ເປັນເຈົ້າການເພື່ອພື້ນຖານສັນຕິພາບຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ