ການຮ່ວມມືຍົກສູງບົດບາດ ແລະ ການປະກອບສ່ວນຂອງ ແມ່ຍິງໃນສັງກາດ ດີຈີຕອນການຕ່າງປະເທດ

(VOVWORLD) - ວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມໄດ້ສົມທົບກັບກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ຈັດຕັ້ງ ເວທີປາໄສ ຫວຽດນາມ - ອົດສະຕາລີ ກ່ຽວກັບການຍົກສູງບົດບາດ ແລະ ການປະກອບສ່ວນຂອງແມ່ຍິງໃນສັງກາດ ດີຈີຕອນການຕ່າງປະເທດ.

 ນີ້ແມ່ນການເຄື່ອນໄຫວທຳອິດເພື່ອແນໃສ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳລະຫວ່າງສອງກະຊວງການຕ່າງປະເທດກ່ຽວກັບການຮ່ວມມືຍົກສູງບົດບາດ ແລະ ການປະກອບສ່ວນຂອງແມ່ຍິງໃນຂົງເຂດການຕ່າງປະເທດເພື່ອຮັບໃຊ້ໃຫ້ແກ່ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານໃນສັງກາດດີຈີຕອນ ເຊິ່ງໄດ້ລົງນາມໃນວັນທີ 12 ມິຖຸນາ 2019. ນີ້ກໍ່ແມ່ນເວທີປາໄສສາກົນຄັ້ງທຳອິດໃນຂົງເຂດນີ້ໂດຍກະຊວງການຕ່າງປະເທດຈັດຕັ້ງຂຶ້ນ.

ການຮ່ວມມືຍົກສູງບົດບາດ ແລະ ການປະກອບສ່ວນຂອງ ແມ່ຍິງໃນສັງກາດ ດີຈີຕອນການຕ່າງປະເທດ - ảnh 1ທ່ານ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຮ່າໂນ້ຍ  (ພາບ: TTXVN)

        ກ່າວຄຳເຫັນຂ່ຳນັບຮັບຕ້ອນເວທີປາໄສ, ທ່ານ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຮ່າໂນ້ຍ ເນັ້ນໜັກວ່າ ເວທີປາໄສແມ່ນໂອກາດດີງາມທີ່ສຸດເພື່ອໃຫ້ຫວຽດນາມ ແລະ ອົດສະຕາລີ ເພີ່ມທະວີການຮ່ວມມື, ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງບັນດາພະນັກງານຍິງ ແລະ ຊາຍ ໃນຂົງເຂດການທູດ. ທ່ານ Robyn Mudie ແບ່ງປັນກ່ຽວກັບ “ຍຸດທະສາດການນຳຍິງແຕ່ປີ 2015” ແລະ ບັນດານະໂຍບາຍແທດຈິງຂອງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ເພື່ອແນໃສ່ໜູນຊ່ວຍພະນັກງານການທູດຍິງຮັບບົດບາດໜ້າທີ່ຄຸ້ມຄອງ.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານ ບຸຍແທັງເຊີນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງ ເວທີປາໄສ, ເປັນຕົ້ນແມ່ນໃນສະພາບທີ່ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ພວມແມ່ນບຸລິມະສິດແຖວໜ້າໃນບັນດາໂຄງການດຳເນີນງານທົ່ວໂລກ, ແມ່ນກຳລັງໜູນຕົ້ນຕໍຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ກວມລວມ, ບົດບາດ ແລະ ການປະກອບສ່ວນຂອງແມ່ຍິງໃນຂົງເຂດການຕ່າງປະເທດນັບມື້ນັບໄດ້ຮັບການຖືເປັນສຳຄັນ. ເວທີປາໄສຄັ້ງນີ້ ບໍ່ພຽງແຕ່ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງບັນດາພະນັກງານການຕ່າງປະເທດຍິງຂອງສອງປະເທດ, ການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມທົ່ວໂລກ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງສິດອຳນາດຂອງ ແມ່ຍິງເທົ່ານັ້ນ, ຫາກຍັງແມ່ນການປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງກະຊວງການຕ່າງປະເທດ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ