ການຮ່ວມມືດ້ານການສຶກສາ,ກໍ່ສ້າງຫວຽດນາມ - ຍີ່​ປຸ່ນໄດ້ແລະພວມປະສົບຜົນສຳເລັດ

ການຮ່ວມມືດ້ານການສຶກສາ,ກໍ່ສ້າງຫວຽດນາມ - ຍີ່​ປຸ່ນໄດ້ແລະພວມປະສົບຜົນສຳເລັດ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊ​ວນ​ຟຸກ
ຕ້ອນ​ຮັບ ທ່ານ Hiroshi Hase)


(vovworld)-​ ໃນ​ວັນ​ທີ4/5, ທີ່​ພິ​ທີ​ຕ້ອນ​ຮັບ ທ່ານ Hiroshi Hase ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ, ວັດ​ທະ​ນະ​ທຳ, ກິ​ລາ, ວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຢີ ຢີ​ປຸ່ນ ທີ່ພວມ​ເຮັດ​ວຽກ​ຢູ່ ຫວຽດ​ນາມ, ທ່ານ ​ຫງວຽນ​ຊ​ວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ​ຖື​ວ່າ ການ​ຮ່ວມ​ມື​ ຫ​ວຽດ​ນາມ ແລ​ະ  ຢີ​ປຸ່ນ ແມ່ນ​ການ​ຮ່ວມ​ມື​ຮອບ​ດ້ານ, ມີຍຸດ​ທະ​ສາດ, ຫຼາຍ​ດ້ານ, ໃນ​ນັ້ນ, ຂົງ​ເຂດ​ການ​ຮ່ວມ​ມື ​ທີ່​ສ້າງ​ຄວາມປະ​ທັບ​ໃຈ ແລະ ເຂັ້ມ​ແຂງ ນັ້ນແມ່ນ​ການ​ຮ່ວມ​ມື​​ດ້ານ​ການ   ​ສຶ​ກສາ. ປັດ​ຈຸ​ບັນ​ ລັດ​ຖະ​ບານ​ ຫວຽດ​ນາມ ແລະ ຢີ​ປຸ່ນ ລ້ວນ​ແຕ່ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ ບັນ​ດາ​​ລາຍ​ການ​ຮ່ວມ​ມື ເພື່ອ​ປະ​ຕິ​ບັດ​ແຜນ​ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ທີ່​ມີຄຸນ​ນະ​ພາບ​ສູງ ແລະ ບຳລຸງ​ສ້າງປະ​ລີນຍ​າ​ເອກ ຢູ່ຢີ​ປຸ່ນ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ປາດ​ຖະ​ໜາ​ວ່າ: ຢີ​ປຸ່ນ ຈະ​ສືບ​ຕໍ່ໜູນ​ຊ່ວຍ​ ຫວຽດ​ນາມ ກໍ່​ສ້າງ ແລະ ພັດ​ທະ​ນາ ​ແຫຼ່ງຊັບ​ພະ​ຍາ​ກອນ​ມະ​ນຸດ; ​ຍູ້​​ແຮງການ​ຮ່ວມ​ມືສອງ​ຝ່າຍ ລະ​ຫວ່າງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ສອງ​ປະ​ເທດ; ສະ​ຫງວນ ODA ​ໃຫ້ກູ້​ຍືມດ້ວຍດອກ​ເບ້ຍ​ພິ​ເສດ ເພື່ອ​ຍົກ​ລະ​ດັບ​ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ, ຊຸກ​ຍູ້​​ການພັດ​ທະ​ນາ​ການ​ຮ່ວມ​ມື ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ລະ​ຫວ່າງ ສອງ​ປະ​ເທດ; ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ແລກ​ປ່ຽນ​ນັກ​ສຶ​ກ​ສາ ລະ​ຫວ່າງ ສອງ​ປະ​ເທດ ແລ​ະ ໃນ​ ASEAN. ກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ ຫວຽດ​ນາມ ກຽມ​ພ້ອມ​ເປັນ​ຂົວ​ຕໍ່​ການ​ຮ່ວມ​ມື ກັບ​ບັນ​ດາ​ອົງ​ການ​ ກ່ຽວ​ຂ້ອງ​ຂອງ​ຢີ​ປຸ່ນ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ແຜນ​ການດັ່ງ​ກ່າວ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຕ້ອງ​ເປີດ​ກ້ວາງ ບັນ​ດາຮູບ​ແບບ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ-ກໍ່​ສ້າງ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ​ກິ​ລາ, ວິ​ທະ​ຍາ​ສາດ, ​ເຕັກ​ໂນ​ໂລ​ຢີ, ບັນ​ດາ​ຂົງ​ເຂດ​ທີ່​ຍັງ​​ມີ​ຄວາມ​ສາ​ມາດ​ບົມ​ຊ້ອນ​ຫຼາຍ ໃນ​ການ​ພັດ​ທະ​ນາ ລະ​ຫວ່າງ ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ