ການຮ່ວມມືດ້ານປ້ອງ ກັນຊາດແມ່ນໜຶ່ງໃນ ບັນດາເສົາຄ້ຳໃນການ ພົວພັນລະຫວ່າງ ຫວຽດນາມ-ກຳປູເຈຍ


 ການຮ່ວມມືດ້ານປ້ອງ ກັນຊາດແມ່ນໜຶ່ງໃນ ບັນດາເສົາຄ້ຳໃນການ ພົວພັນລະຫວ່າງ ຫວຽດນາມ-ກຳປູເຈຍ - ảnh 1

(ພາບ : ກວກ​ຈິງ-ຂ່າວສານ​ການ​ທະຫານ)

 (vovworld)- ຕອນ​ບ່າຍວັນ​ທີ 23/6, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ຕີ​ຫວໍ້​ວັນ​ຕວນ, ຮອງ​ເສນາ​ທິການ​ໃຫ່ຍກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ເອກ Nem Sowat ຫົວໜ້າ​ກົມ​ໃຫ່ຍນະ​ໂຍບາຍ ​ແລະ ການ​ຕ່າງປະ​ເທດ​ກອງທັບ​ກຳປູ​ເຈຍ ຊື່​ງ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ວິທະຍາຄານ​ປະຫວັດສາດ​ການ​ທະຫານ​ກຳປູ​ເຈຍ ພວມ​ຢູ່​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ນະ​ທີ່​ນີ້, ທ່ານ​ພົນ​ຕີ​ຫວໍ້​ວັນ​ຕວນ ​ເນັ້ນໜັກ​ວ່າ: ຜ່ານການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ສອງ​ປະ​ເທດ​ຈະ​ພ້ອມ​ກັນ​ປັບປຸງ​ຄວາມ​ສະຫງົ​ບປອດ​ໄພ, ການ​ເມືອງ, ປະກອບສ່ວນ​ສ້າງ​ກອງທັບ​ຢູ່​ແຕ່ລະ​ປະ​ເທດ​ເຕີບ​ໃຫ່ຍ​ເຂັ້ມ​ແຂງ, ພ້ອມ​ທັງ​ເຮັດ​ໃຫ້​ທຸກ​ກົນອຸບາຍ​ຂອງ​ບັນດາ​ອິດ​ທິກຳລັງ​ເປັນ​ປໍ​ລະ​ປັກ​ແນ່​ໃສ່​ແບ່ງ​ແຍກ​ນ້ຳ​ໃຈ​ສາມັກຄີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ສອງ​ປະ​ເທດປະລາ​ໄຊ​ໄປ. ນະ​ການ​ຕ້ອນຮັບ, ສອງ​ຝ່າຍ​ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ວິທະຍາຄານ​ປະຫວັດສາດ​ການ​ທະຫານ​ຫວຽດນາມ ​ແລະ ວິທະຍາຄານ​ປະຫວັດສາດ​ການ​ທະຫານ​ກຳປູ​​ເຈຍ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ບຳລຸງ​ສ້າງ​ພະນັກງານ; ຮຽບຮຽງ​ເອກະສານ​ມຸ້​ງ​ໄປ​ສູ່​ບັນດາ​ວັນ​ບຸນ​ໃຫ່ຍຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ກອງທັບ​ກຳປູ​ເຈຍ. ກະຊວງ​ປ້ອງ​ກັນ​ປະ​ເທດ, ກອງ​ເສນາ​ທິການ​ໃຫ່ຍກອງທັບ​ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ສອງອົງການຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ຮັບ​ໃຊ້​ການຄົ້ນຄ້ວາ​ວິທະຍາສາດ​ປະຫວັດສາດ ​ແລະ ພາລະ​ກິດ​ປ້ອງ​ກັນຊາ​ດ ປ້​ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດ./.

 

ຂ່າວ/ບົດ​ອື່ນ