ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ຍີ່ປຸ່ນ ມີປະສິດທິຜົນ

ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ຍີ່ປຸ່ນ ມີປະສິດທິຜົນ - ảnh 1
ທ່ານ​ພົນ​ໂທ ​ໂດ໋ບາ​ຕິ ມອບຂອງຂວັນທີລະນຶກໃຫ້ ​ພົນ​​ເອກ Eiji Kimizuka
(ພາບ: TTQS)

(vovworld) – ຕອນ​ບ່າຍ​ວັນ​ທີ 12/8, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂດ໋ບາ​ຕິ, ​ເສນາ​ທິການ​ໃຫຍ່ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ພົນ​​ເອກ Eiji Kimizuka, ຫົວໜ້າເສນາ​ທິການກຳລັງ​ປ້ອງ​ກັນ​ໜ້າ​ດີ​ນ ຍີ່​ປຸ່ນ ພວມນຳ​ໜ້າ​ຄະນະມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ພົນ​ໂທ ​ໂດ໋ບາ​ຕິ ຊົມ​ເຊີຍ​ທ່ານ ພົນ​​ເອກ Eiji Kimizuka ​ແລະ ຄະນະ ​ໄດ້​ມາ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແລະ ຊີ້​ແຈ້ງວ່າ ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະ​ຫວ່າງ 2 ປະ​ເທດ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​ກົມ​ໃຫຍ່​ເສນາ​ທິການ ກອງທັບ​ປະຊາຊົນ ຫວຽດນາມ ​ໂດ​ຍທ່ານ ພົນ​ຕີ ຫງວຽນ​ກວກ​ແຄ໋ງ, ຮອງ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ​ໄດ້​ເຈລະຈາ​ກັບຄະນະ​ຜູ້​ແທນ​ຂອງເສນາ​ທິການກຳລັງ​ປ້ອງ​ກັນ​ໜ້າ​ດີ​ນ ຍີ່​ປຸ່ນ ​ໂດຍ​ພົນ​​ເອກ Eiji Kimizuka ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຈລະຈາ, 2 ຝ່າຍ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ສາກົນ, ພາກ​ພື້ນ, ​ແນ​ະນຳ​​ໂຄງ​ປະກອບ​ຈັດ​ຕັ້ງ​ທະຫານ​ບົກ, ນະ​ໂຍບາຍ​ປ້ອງ​ກັນ​ຊາດ ​ແລະ ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ກຳລັງທະຫານ​ບົກ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ