ການຮ່ວມມືປ້ອງກັນ ຄວາມສະງົບທາງ ເຄືອຂ່າຍອີນເຕີແນດ - ເນື້ອໃນສຳຄັນຂອງການເຈລະຈາ ຍີ່ປຸ່ນ - ອາເມລິກາ

ການຮ່ວມມືປ້ອງກັນ ຄວາມສະງົບທາງ ເຄືອຂ່າຍອີນເຕີແນດ - ເນື້ອໃນສຳຄັນຂອງການເຈລະຈາ ຍີ່ປຸ່ນ - ອາເມລິກາ - ảnh 1
(ພາບ: AFP)

(vovworld) - ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Itsunori Onodera ​ແລະ ຄູ່​ຮ່ວມຕຳ​ແໜ່​ງອາ​ເມ​ລິ​ກາ Chuck Hagel ເຫັນ​ດີ​ຕໍ່ຂອບ​ເຂດການ​ຮ່ວມ​ມື​ 2 ຝ່າຍ ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ຕ້ານ​ການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ ​ແນ​ໃສ່​ບັນດາ​ອົງການ ​ແລະ ອົງການ​ຈັດ​ຕັ້ງ​ຂອງລັດຖະບານ, ​ໃນ​ການ​ເຈລະຈາ​ເມື່ອ​ວັນ​ທີ 03 ຕຸລາ, ຢູ່​ໂຕ​ກຽວ. ນອກຈາກ​ນັ້ນ, ຫົວໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດກໍ່ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ທະຫານ​ອາ​ເມ​ລິ​ກາ ຕັ້ງ​ຄ້າຍຢູ່​ເກາະ Okinawa, ພາກ​ໃຕ້​ຂອງ​ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ເລື່ອງ​ມອບທີ່​ດິນ ​ແລະ ຮາກ​ຖານ​ຢູ່​ຖານ​ທີ່​ໝັ້ນທັບ​ອາກາດ Kadena ຂອງ​ທະຫານ​ອາ​ເມ​ລິ​ກາ ​ຄືນ​ໃໝ່ໂດຍ​ໄວ.

  ກ່ອນ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ Onodera ກໍ່​ໃຫ້​ຮູ້​ວ່າ 2 ຝ່າຍ​ກໍ່​ຈະ​ປຶກສາ​ຫາລື​ທັດສະນະ​ກ່ຽວ​ກັບ​ສະພາບຄວາມ​ສະຫງົບຄວາມ​ປອດ​ໄ​ພຢູ່​ອ້ອມ​ປະ​ເທດຍີ່ປຸ່ນ, ​ໃນ​ນັ້ນ​ມີ​ບັນຫາ​ຄວາມ​ສະຫງົບປອດ​ໄພ​ໃນ​ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ