ການຮ່ວມມືມິດຕະພາບສົມກັບສິດຜົນປະໂຫຍດພື້ນຖານຂອງປະຊາຊົນຫວຽດນາມແລະຈີນ

ການຮ່ວມມືມິດຕະພາບສົມກັບສິດຜົນປະໂຫຍດພື້ນຖານຂອງປະຊາຊົນຫວຽດນາມແລະຈີນ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ຫງວຽນ​ວັນ​ເທີ
(ພາບ​ປະ​ກອບ)

(vovworld) - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ ຫວຽດ​ນາມ - ຈີນ (ວັນ​ທີ 18/1/1950 – 18/1/2015), ວັນ​ທີ 17/1, ໜັງ​ສື​ພິມ​​ຢິນ​ໝິນ​ຈື​ເປົາ ລາຍ​ວັນ (ຈີນ) ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ຫງວຽນ​ວັນ​ເທີ. ບົດ​ຂຽນ​ຊີ້​ແຈ້ງວ່າ: ໃນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັງ​ລວມ​ຂອງ​ຕົນ, ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື​ວ່ານ​ີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ອັນ​ດັບ​ໜຶ່ງ ແລະ ຍາວ​ນານ. ປະ​ຊາ​ຊົນ ຫວຽດ​ນາມ ບໍ່​ສາ​ມາດ​ຫຼົງ​ລືມ​ການ​ຊ່ວຍ​ເຫຼ​ືອ​ອັນ​ໃຫຍ່ຫຼວງ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ປະ​ຊາ​ຊົນ ​ຈີນ ສຳ​ລັບ​ພາ​ລະ​ກິດ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ເອ​ກະ​ພາບ​ປະ​ເທດ​ຊາດ​​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປ່ຽນ​ໃໝ່​ຂອງ ຫວຽດ​ນາມ ໃນ​ປະ​ຈຸ​ບັນ. ຫວຽດ​ນາມ ຖື​ການ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ຂອງ ຈີນ ແມ່ນ​ກາ​ລະ​ໂອ​ກາດ​ໃຫ້​ ຫວຽດ​ນາມ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ຈີນ ກໍ່​ຖື​ຄວາມ​ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແມ່ນ​ກາ​ລະ​ໂອກ​າດ​ໃຫ້​ແກ່ ຈີນ.

        ບົດ​ຂຽນ​ໃຫ້​ຮູ້​ວ່າ: ປີ 2015 ແມ່​ນ​ປີ​ມີ​ຄວາມ​ໝາຍຫຼາຍ​ຢ່າງ​ສຳ​ລັບ​ທັງ 2 ປະ​ເທດ ຫວຽດ​ນາມ - ຈີນ, 2 ຝ່າ​ຍຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ເພ​ື່ອ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໄສ, ມີ​ປະ​ສິດ​ທິ​ຜົນ​ໃນ​ປີ 2015, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ເທີ ຖ​ື​ວ່າ: 2 ປະ​ເທດ​ຄວນ​ນຳ​ໃຊ້​ບັນ​ດາ​ກົນ​ໄກ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຂັ້ນ​ສູງ, ລະ​ຫວ່າ​ງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ພັກ 2 ປະ​ເທດ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ເປັນ​ຢ່າງ​ດີ. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ສືບ​ຕໍ່​ຢືດ​ໝັ້ນ​ແກ້​ໄຂ​ບັນ​ຫາ​​ບົນ​ທະ​ເລ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ເຄົາ​ລົບ​​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ